ລົດທະການສັງກັດກຳລັງຮັກສາສັນຕິພາບ ລັດເຊຍເດີນທາງໄປຍັງ ອາກເມນີໃນວັນທີ 12 ພະຈິກ (ພາບ: AFP/TTXVN)

ວັນທີ 15 ພະຈິກ, ສູນບັນຊາການປ້ອງກັນປະເທດ ລັດເຊຍ ປະກາດວ່າການສ້າງສູນຮັບມືດ້ານມະນຸດສະທຳ ລະຫວ່າງຂະແໜງ ຈະສຳເລັດໃນວັນທີ 20 ພະຈິກ 2020. ນັບແຕ່ຈຸດເວລານີ້, ສູນຈະເລີ່ມຕົ້ນການປະຕິບັດບັນດາໜ້າທີ່ຮັບມືດ້ານມະນຸດສະທຳທີ່ໄດ້ມອບໝາຍທັງໝົດ. ສູນຮັບມືດ້ານມະນຸດສະທຳລະຫວ່າງຂະແໜງຈະໄດ້ຮັບການເພີ່ມທະວີດ້ວຍກຳລັງພິເສດຂອງ ກະຊວງສະພາບການສຸກເສີນ ລັດເຊຍ, ກໍ່ຄືບັນດາກຳລັງ ແລະ ອຸປະກອນຂອງອົງການປ້ອງກັນຊາຍແດນ ສັງກັດອົງການຄວາມໝັ້ນຄົງ ສະຫະພັນລັດເຊຍ ແລະ ຜູ້ຕາງໜ້າບັນດາອົງການປະຕິບັດກົດໝາຍ ສະຫະພັນຕ່າງໆ.