ລັດເຊຍ ແລະ ຝລັ່ງມານະພະຍາຍາມຮັກສາ JCPOA
18/08/2019 08:21
(VOVWORLD) -ລັດເຊຍ ແລະ ຝລັ່ງ ພ້ອມກັນແບ່ງປັນບັນດາຄວາມມານະພະຍາຍາມລວມ ໃນການຮັກສາຂໍ້ຕົກລົງນິວເຄຼຍອີຣານ (JCPOA).

|
(ພາບປະກອບ: AFP/TTXVN) |
ເມື່ອແລກປ່ຽນກັບວົງການນັກຂ່າວກ່ອນທີ່ຈະດຳເນີນກອງປະຊຸມສຸດຍອດລະຫວ່າງທ່ານປະທານາທິບໍດີລັດເຊຍ Vladimir Putin ແລະ ຄູ່ຕຳແໜ່ງຝລັ່ງ ທ່ານ Emmanuel Macron ໃນວັນທີ 19 ສິງຫາ, ຜູ້ຊ່ວຍວຽກຂອງປະທານາທິບໍດີລັດເຊຍ ທ່ານ Yury Ushakov ຢືນຢັນວ່າ, ການນຳ 2 ທ່ານ ຈະປຶກສາຫາລືກ່ຽວກັບສະພາບການທີ່ກ່ຽວຂ້ອງເຖິງອີຣານ ແລະ ໂຄງການນິວເຄຼຍຂອງປະເທດອິດສະລາມນີ້. ສຳນັກຂ່າວສານ TASS ໄດ້ຄັດສະເໜີຄຳເວົ້າຂອງທ່ານ Yury Ushakov ທີ່ເນັ້ນໜັກວ່າ, ມົດສະກູ ແລະ ປາຣີ ພ້ອມກັນແບ່ງປັນບັນດາຄວາມມານະພະຍາຍາມລວມ ເພື່ອຮັກສາ JCPOA ແລະ ສະກັດກັ້ນໄພເພີ່ມທະວີຄວາມເຄັ່ງຕຶງລະຫວ່າງອີຣານ ແລະ ອາເມລິກາ ຢູ່ເຂດອ່າວເປີເຊຍ.
TAG
VOV/VOVworld/ນັກຂ່າວ
Related
More







