ລັດເຊຍໃຫ້ສັດຕະຍາບັນFTAລະຫວ່ງພັນທະມິດເສດຖະກິດອາຊີ-ເອີລົບແລະຫວຽດນາມ
02/05/2016 09:52
(vovworld)- ວັນທີ 1/5, ປະທານາທິບໍດີ ລັດເຊຍ Vladimir Putin ໄດ້ລົງນາມໃນກົດໝາຍໃຫ້ສັດຕະຍາບັນສັນຍາການຄ້າເສລີ (FTA)

ປະທານາທິບໍດີລັດເຊຍ V. Putin ພາບ:TTXVN (vovworld)- ວັນທີ 1/5, ປະທານາທິບໍດີ ລັດເຊຍ Vladimir Putin ໄດ້ລົງນາມໃນກົດໝາຍໃຫ້ສັດຕະຍາບັນສັນຍາການຄ້າເສລີ (FTA) ລະຫວ່າງພັນທະມິດເສດຖະກິດ ອາຊີ - ເອີລົບ ແລະ ຫວຽດນາມ. ກ່ອນຫນ້ານັ້ນ ສະພາຕ່ຳ ແລະ ສະພາສູງລັດເຊຍ ໄດ້ຮັບຮອງເອົາເອກະສານດັ່ງກ່າວໃນເດືອນ 4 ຜ່ານມາ. ນີ້ແມ່ນສັນຍາ FTA ສະບັບທຳອິດລະຫວ່າງ ພັນທະມິດເສດຖະກິດ ອາຊີ ເອີລົບ ກັບຄູ່ຮ່ວມມືທີ 3. ສັນຍາດັ່ງກ່າວໄດ້ຮັບການລົງນາມຢູ່ Burabay ກາຢັກສະຖານ ໃນວັນທີ 29/5/2015 ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ດ້ານການຄ້າ ແລະ ການລົງທຶນລະຫວ່າງສອງຝ່າຍ. ຕາມສັນຍາດັ່ງກ່າວແລ້ວ, ທຸກການເຄື່ອນໄຫວຄ້າຂາຍສິນຄ້າລະຫວ່າງພັນທະມິດເສດຖະກິດ ອາຊີ ເອີລົບ ແລະ ຫວຽດນາມ ຈະຖືກຍົກເວັ້ນພາສີ. ສັນຍານີ້ກໍນຳໃຊ້ມາດຕະການປົກປ້ອງ, ຕ້ານການຂາຍບຸບລາຄາ ແລະ ຊົດເຊີຍ ຕາມຂໍ້ກຳນົດຂອງອົງການການຄ້າໂລກ.
TAG
vovworld/ສັດຕະຍາບັນ
Related
More







