ທ່ານຈະພິຈາລະນາຍົກເລີກອັດຕາພາສີອາກອນໃສ່ສິນຄ້າ ຈີນ ຄືສ່ວນໜຶ່ງຂອງຂໍ້ຕົກລົງນີ້, ຖ້າບໍ່ດັ່ງນັ້ນ ອັດຕາພາສີອາກອນຈະບໍ່ໄດ້ຮັບການຍົກເລີກ. ອຳນາດການປົກຄອງປະທານາທິບໍດີ Trump ຕັ້ງເປົ້າໝາຍວ່າ ຈະສືບຕໍ່ເຈລະຈາໄລຍະຕໍ່ໄປຂອງຂໍ້ຕົກລົງ ກ່ອນທີ່ດຳເນີນການເລືອກຕັ້ງໃນເດືອນ ພະຈິກ 2020.
ຖະແຫຼງການດັ່ງກ່າວ ໂດຍທ່ານ Mnuchin ຍົກອອກມາ ພາຍຫລັງ ອາເມລິກາ ແລະ ຈີນ ໄດ້ເຊັນຂໍ້ຕົກລົງການຄ້າ “ໄລຍະທີ 1” ຢູ່ທຳນຽບຂາວຢ່າງເປັນທາງການໃນວັນດຽວກັນ.








