ນີ້ແມ່ນສະຖານນີຖ່າຍທອດກະຈາຍສຽງໃຫຍ່ຂອງປະເທດຊາດ, ສາມາດປົກຄຸມຄື້ນໃນເຂດທະເລຕາເວັນອອກ ແລະ ບັນດາແຂວງແຄມທະເລພາກກາງ. ກ່າວຄຳເຫັນນະທີ່ນີ້, ທ່ານ ຫງວຽນເທ໊ກີ໋, ຜູ້ອຳນວຍການໃຫຍ່ VOV ໃຫ້ຮູ້ວ່າ:
“ພວມເຮົາຢາກສະແດງໃຫ້ເຫັນອະທິປະໄຕປະເທດຊາດຢູ່ທະເລນັ້ນ ແມ່ນບໍ່ພຽງແຕ່ດ້ວຍບັນດາກຳລັງທະຫານເຮືອ, ທະຫານປ້ອງກັນຊາຍແດນ, ຕຳຫລວດທະເລ ຫຼື ການເຄື່ອນໄຫວຂອງພໍ່ແມ່ປະຊາຊົນຊາວປະມົງ ໄປຫາປາຢູ່ທະເລ ສົບທົບກັບການປົກປັກຮັກສາປະເທດຊາດເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນອະທິປະໄຕກ່ຽວກັບຂໍ້ມູນຂ່າວສານອີກດ້ວຍ. ນີ້ແມ່ນສຽງຂອງ ຫວຽດນາມ ຕ້ອງປົກຄຸມໄປທົ່ວເຂດທີ່ມີອະທິປະໄຕຂອງ ຫວຽດນາມ ຢູ່ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ.”





