ການເຮັດວຽກລະຫວ່າງ ຄະນະປະຕິບັດງານUN –Habitat ກັບ ການນຳຄະນະກຳມະການປະຊາຊົນນະຄອນ ເກິນເທີ (ພາບ: TTXVN)

ຕາມທ່ານ ຫງວຽນກວາງ, ຜູ້ອຳນວຍການ UN –Habitat ຫວຽດນາມແລ້ວ, UN –Habitat ມີຄວາມປາດຖະໜາຢາກເຮັດວຽກກັບນະຄອນເກິນເທີເພື່ອຮັບຟັງຄືນໃໝ່ຄຳໝັ້ນສັນຍາເຂົ້າຮ່ວມໂຄງການນີ້, ຍ້ອນວ່າ ເກິນເທີແມ່ນໜຶ່ງໃນ 3 ນະຄອນຂອງ ຫວຽດນາມໄດ້ທີ່ຮັບການເລືອກເຟັ້ນ, ພ້ອມທັງມີຄວາມປາດຖະໜາຢາກ ປຶກສາຫາລື ໂດຍກົງກັບນະຄອນເພື່ອສົມທົບກັນສ້າງກຸ່ມໃຫ້ແກ່ໂຄງການດຳເນີນງານໃນໄລຍະຈະມາເຖິງ. ທ່ານ ດ່າວແອງຢຸງ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນນະຄອນ ເກິນເທີໄດ້ສະເໜີໃຫ້ UN –Habitat ໜູນຊ່ວຍນະຄອນສ້າງແຜນການເຄື່ອນໄຫວກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ສ້າງໂຄງການຕົວເມືອງເກິນເທີ ກໍ່ຄືບົດລາຍງານທີ່ຖືກຕ້ອງຕາມແບບແນະນຳຂອງ UN –Habitat. ໃນໄລຍະຈະມາເຖິງ, ນະຄອນເກິນເທີ ແລະ UN –Habitat ຈະສົມທົບກັນຜັນຂະຫຍາຍໂຄງການຢ່າງມີປະສິດທິຜົນ.