ການນຳນະຄອນໂຮ່ຈີມິນ ຖ່າຍຮູບເປັນທີ່ລະນຶກກັບຜູ້ຕາງໜ້າຊາວຫວຽດນາມ ອາໄສ ຢູ່ຕ່າງປະເທດ (ພາບ: qdnd.vn)

ທ່ານເລຂາຄະນະພັກນະຄອນ ໂຮ່ຈີມິນ ຫງວຽນວັນເນັນ ໄດ້ຮັບຮູ້ບັນດາຄຳເຫັນປະກອບຂອງຜູ້ຕາງໜ້າຊາວຫວຽດນາມ ອາໄສຢູ່ ຕ່າງປະເທດທີ່ມີຕໍ່ທິດທາງການພັດທະນາຂອງນະຄອນ. ພ້ອມກັນນັ້ນ, ທ່ານກໍປາດຖະໜາວ່າ ບັນດາຜູ້ຕາງໜ້າຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຈະແບ່ງປັນບັນດາປະສົບການ, ບົດຮຽນທີ່ຖອດຖອນມາໄດ້ໃນໄລຍະດຳລົງຊີວິດ, ເຮັດວຽກຢູ່ຕ່າງປະເທດ ໃຫ້ເປັນບັນດາມາດຕະການລະອຽດ, ມີຄວາມເປັນໄປໄດ້. ກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ, ນະຄອນໂຮ່ຈີມິນ ຍາມໃດກໍປາດຖະໜາວ່າ ທຸກຄຳເຫັນປະກອບຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຈະກາຍເປັນການກະທຳລະອຽດ, ເພື່ອປະກອບສ່ວນເຂົ້າໃນການກໍ່ສ້າງນະຄອນ ໃຫ້ນັບມື້ນັບພັດທະນາແບບຍືນຍົງ, ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ.