ນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມພິທີສະເຫລີມສະຫລອງ65ປີແຫ່ງວັນສ້າງຕັ້ງທະນາຄານແຫ່ງລັດ
26/04/2016 11:47
(vovworld)- ຕອນເຊົ້າວັນທີ 26/4, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມ ແລະ ອວຍພອນໝູ່ຄະນະພະນັກງານ, ລັດຖະກອນ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກມອບຫລຽນໄຊໂຮ່ຈິມີນໃຫ້ການນຳ ທະນາຄານແຫ່ງລັດ ພາບ:http://petrotimes.vn (vovworld)- ຕອນເຊົ້າວັນທີ 26/4, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມ ແລະ ອວຍພອນໝູ່ຄະນະພະນັກງານ, ລັດຖະກອນ ທະນາຄານແຫ່ງລັດຫວຽດນາມ ເນື່ອງໃນໂອກາດສະເຫລີມສະຫລອງ 65 ປີແຫ່ງວັນສ້າງຕັ້ງ (6/5/1951-6/5/2016) ແລະ ຮັບຫລຽນໄຊໂຮ່ຈິມີນຄັ້ງທີ 3. ກ່າວຄຳເຫັນນະພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນຫນັກວ່າ: ໃນ 65 ປີຜ່ານມາ ທະນາຄານແຫ່ງລັດໄດ້ມີການປະກອບສ່ວນອັນໃຫຍ່ຫລວງເຂົ້າໃນການປະຕິວັດຂອງພັກ, ລັດ. ໃນໄລຍະຈະມາເຖິງ ທະນາຄານແຫ່ງລັດຄວນສຸມໃສ່ປະຕິບັດບັນດາຫນ້າທີ່ຈຸດສຸມເປັນຢ່າງດີ, ສືບຕໍ່ສ້າງນະໂຍບາຍໃຫ້ສົມບູນແບບ, ຍົກສູງກຳລັງຄວາມສາມາດ ແລະ ປະສິດທິຜົນການຊີ້ນຳນຳພາ, ຄາດຄະເນສະພາບການເສດຖະກິດພາຍໃນ ແລະ ຕ່າງປະເທດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເຫນີ ທະນາຄານແຫ່ງລັດບໍລິຫານບັນດາເຄື່ອງມືຂອງນະໂຍບາຍເງິນຕາຢ່າງມີໄຫວພິບ, ສົມທົບຢ່າງແຫນ້ນແຟ້ນກັບນະໂຍບາຍງົບປະມານ ແລະ ບັນດານະໂຍບາຍອື່ນ, ຄວບຄຸມໄພເງິນເຟີ້ຕາມຄາດໝາຍວາງອອກໃຫ້ໄດ້ ແລະ ສ້າງໂຄງປະກອບອົງການສິນເຊື່ອທັງໝົດຄືນໃຫມ່ຕິດພັນກັບການແກ້ໄຂຫນີ້ເສຍຢ່າງຂ້ຽວຂາດ.
TAG
vovworld/ທະນາຄານ
Related







