|
ວັນທີ 06 ພະຈິກ, ບັນດາອົງການເຈົ້າໜ້າທີ່ ຫວຽດນາມ, ສະຖານທູດ ຫວຽດນາມ ປະຈຳ ອັງກິດ ແລະ ບໍລິສັດການບິນແຫ່ງຊາດ ຫວຽດນາມ ໄດ້ສົມທົບກັບບັນດາອົງການເຈົ້າໜ້າທີ່ປະເທດປະຈຳຖິ່ນ ຈັດສົ່ງພົນລະເມືອງ ຫວຽດນາມ 270 ຄົນ ຈາກອັງກິດ ກັບຄືນປະເທດ. ພາຍຫລັງເຮືອບິນລົງຈອດຢູ່ສະໜາມບິນສາກົນ ເວີນໂດນ, ບັນດາຜູ້ເຂົ້າຮ່ວມຖ້ຽວບິນດັ່ງກ່າວ ໄດ້ຮັບການກວດສຸຂະພາບ ແລະ ປະຕິບັດການແຍກຕົວຖືກຕາມຂໍ້ກຳນົດ.






