ທ່ານ Boris Johnson ນາຍົກລັດຖະມົນຕີ ອັງກິດ ກ່າວຄຳເຫັນຢູ່ນະຄອນລອນດອນ (ພາບ: THX/TTXVN)

ກ່ອນຈຸດເວລາທີ່ອັງກິດຈະຖອນຕົວ ອອກຈາກ EU 1 ຊົ່ວໂມງ, ທ່ານ Boris Johnson ນາຍົກລັດຖະມົນຕີ ອັງກິດ ໄດ້ກ່າວຄຳເຫັນຕໍ່ຊ່ອງໂທລະພາບ ຮຽກຮ້ອງໃຫ້ ປະຊາຊົນ ອັງກິດ ຈົ່ງ ມຸ່ງໄປສູ່ ອະນາຄົດ, ບໍ່ຫວນຄືນອະດີດ, ເມື່ອເວົ້າວ່າ “ນີ້ບໍ່ແມ່ນການສິ້ນສຸດ, ເຊິ່ງແມ່ນການເລີ່ມຕົ້ນໃໝ່…ແມ່ນຈຸດເວລາຂອງການປ່ຽນແປງໃໝ່ປະເທດຊາດຢ່າງແທ້ຈິງ”.

ສ່ວນຝ່າຍ ເອີລົບ, ໃນບົດກ່າວປາໄສໃນຕອນຄ່ຳວັນທີ 31 ມັງກອນຕໍ່ຊ່ອງໂທລະພາບແຫ່ງຊາດ, ທ່ານ Emmanuel Macron ປະທານາທິບໍດີ ຝລັ່ງ ໄດ້ຖືວ່າ ນີ້ແມ່ນວັນທີ່ໂສກເສົ້າສຳລັບເອີລົບ.