ການເຮັດວຽກລະຫວ່າງກະຊວງກະສິກຳ - ພັດທະນາຊົນນະບົດຫວຽດນາມ ແລະ ສະຖານທູດ ອາເມລິກາ (ພາບ:BNEWS/TTXVN) |
ທ່ານ ຫງວຽນໂດະແອັງຕວ໊ນ, ຫົວໜ້າກົມຮ່ວມມືສາກົນ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ, ໃຫ້ຮູ້ວ່າ ການຄ້າ ແລະ ການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ ຂອງ ຫວຽດນາມ ໄປຍັງ ອາເມລິກາ ນັບມື້ນັບເພີ່ມຂຶ້ນ, ມີບາງໄລຍະໃນປີ, ອາເມລິກາ ໄດ້ກາຍເປັນຕະຫຼາດສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ ໃຫຍ່ທີ່ສຸດຂອງຫວຽດນາມ. ທ່ານກ່າວວ່າ:
“ກະຊວງກະສິກຳ ຈະສືບຕໍ່ເຮັດວຽກກັບບັນດາອົງການຮັບຜິດຊອບດ້ານເຕັກນິກວິຊາສະເພາະ ຂອງ ອາເມລິກາ ຢ່າງແໜ້ນແຟ້ນ ເພື່ອເຮັດແນວໃດໃຫ້ບັນດາລະບຽບການກ່ຽວກັບການກວດສອບສຸຂະອະນາໄມລະຫວ່າງ 2 ຝ່າຍ ນັບມື້ນັບສະດວກ ແລະ ຖືກຕ້ອງຕາມທຳນຽມສາກົນ.”
ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືດ້ານການຄ້າແຖວໜ້າຂອງຫວຽດນາມ, ພິເສດແມ່ນການຄ້າຜະລິດຕະພັນກະເສດໄດ້ມີການເຕີບໂຕຢ່າງຕໍ່ເນື່ອງໃນຊຸມປີຜ່ານມາ, ບັນລຸລະດັບເກືອບ 30%. 7 ເດືອນຜ່ານມາ, ວົງເງິນການຄ້າສອງຝ່າຍບັນລຸກວ່າ 47 ຕື້ USD.






