ໂບດ ດຶ໊ກບ່າ

(ພາບ: vntrip)

ຫວ່າງມໍ່ໆມານີ້, ໜັງສືພິມ Business Insider ຂອງອາເມລິກາ ໄດ້ລົງພິມບັນດາພາບຖ່າຍຂອງໂບດ ດຶ໊ກບ່າ ຢູ່ນະຄອນໂຮ່ຈີມິນ ແລະ ຈັດໂບດແຫ່ງນີ້ແມ່ນໜຶ່ງໃນຈຳນວນສະຖານທີ່ບູຊາທີ່ສວຍງາມທີ່ສຸດໃນໂລກ. ໂດຍໄດ້ຮັບຖືວ່າແມ່ນສັນຍະລັກຂອງນະຄອນໂຮ່ຈີມິນ, ໂບດ ດຶ໊ກບ່າ ຍາມໃດກໍ່ນອນໃນ top ບັນດາໂບດສວຍງາມທີ່ສຸດໃນໂລກ ຍ້ອນມີລັກສະນະເກົ່າແກ່ ແລະ ມີສະຖາປັດຕະຍາກຳທີ່ເປັນເອກະລັກສະເພາະ.