ພາບປະກອບ (ພາບ: tapchitaichinh.vn) |
ເປົ້າໝາຍຂອງ ໂຄງການແມ່ນ ຍົກສູງ ປະສິດທິຜົນຂອງການປະຕິບັດການປະຢັດ, ຕ້ານການຟຸມເຟືອຍເພື່ອແນໃສ່ເສີມຂະຫຍາຍທຸກໆແຫຼ່ງກຳລັງໃຫ້ສູງທີ່ສຸດ, ປະຕິບັດສຳເລັດບັນດາເປົ້າໝາຍການເຕີບໂຕ, ພັດທະນາເສດຖະກິດ, ສ້າງສະຖຽນລະພາບໃຫ້ແກ່ການດຳລົງຊີວິດຂອງ ປະຊາຊົນ, ຮັບປະກັນຊີວິດສັງຄົມ, ຕັດສິນໃຈເດັດດ່ຽວປະຕິບັດບັນດາມາດຕະການໃນການປະຕິບັດ ການປະຢັດ, ຕ້ານການຟຸມເຟືອຍ ໃນທຸກໆຂົງເຂດຂອງ ເສດຖະກິດ - ສັງຄົມຢ່າງຄົບຊຸດ.
ວຽກງານປະຕິບັດການປະຢັດ, ຕ້ານການຟຸມເຟືອຍໃນປີ 2020 ຄວນສຸມໃສ່ບາງໜ້າທີ່ຈຸດສຸມ. ກ່ຽວກັບການຄຸ້ມຄອງ, ນຳໃຊ້ເງິນລົງທຶນພາກລັດ, ປີ 2020, ທຸກຂັ້ນ, ທຸກຂະແໜງການຄວນສືບຕໍ່ຊາບຊຶມ ແລະ ປະຕິບັດ ບັນດາຂໍ້ກຳນົດຂອງ ກົດໝາຍວ່າດ້ວຍການລົງທຶນພາກລັດ ແລະ ບັນດາດຳລັດວ່າດ້ວຍການແນະນຳກົດໝາຍຢ່າງມີປະສິດທິຜົນ.







