ທ່ານ Nadav Eshcar ເອກອັກຄະລັດຖະທູດ ອິດສະລາແອັນປະຈຳ ຫວຽດນາມຮັບຂອງຂວັນຈາກ ກຸ່ມບໍລິສັດ PSD |
ທ່ານ Nadav Eshcar ເອກອັກຄະລັດຖະທູດ ອິດສະລາແອັນປະຈຳ ຫວຽດນາມ ໄດ້ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງຕໍ່ຫວຽດນາມ, ພ້ອມທັງຕີລາຄາສູງບັນດາຄວາມມານະພະຍາຍາມຂອງຫວຽດນາມໃນກິດຈະການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19. ການເຄື່ອນໄຫວດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມສາມັກຄີ ແລະ ການຮ່ວມແຮງຮ່ວມໃຈກັຍລະຫວ່າງ ສອງປະເທດໃນໄລຍະປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດ Covid – 19, ພ້ອມທັງແມ່ນຫຼັກຖານຢັ້ງຢືນໄມຕິຈິດມິດຕະພາບ ແລະ ການພົວພັນຮ່ວມມືລະຫວ່າງ ອິດສະລາແອັນ ແລະ ຫວຽດນາມ.
ອິດສະລາແອັນພວມຜ່ານຜ່າຈຳກັດບໍລິເວນເທື່ທີ 2ຍ້ອນໂລກລະບາດ Covid – 19 ກັບມາແຜ່ລະບາດຄືນໃໝ່. ຮຽກຮ້ອງໃຫ້ປະຊາຊົນຢູ່ເຮືອນ, ມີແຕ່ອະນຸຍາດໃຫ້ອອກໄປເຮັດວຽກ ຫຼືຊື້ເຄື່ອງຂອງທີ່ຈຳເປັນເທົ່ານັ້ນ. ຄຳສັ່ງຈຳກັດບໍລິເວນແມ່ນແກ່ຍາວເປັນເວລາ 3 ອາທິດ ໃນສະພາບການ ມີ ຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກຫຼາຍຄົນ.






