ປະທານາທິບໍດີ ໂບລີວີ ເຊົ້າພິທີສາບານຕົວຮັບດຳລົງຕຳແໜ່ງ (ພາບ: AFP/TTXVN) |
ກ່າວຄຳເຫັນພາຍຫຼັງພິທີສາບານຕົວຮັບດຳລົງຕຳແໜ່ງ, ທ່ານ ປະທານາທິບໍດີ Luis Arce ໄດ້ປະກາດ ເລີ່ມຕົ້ນ ໄລຍະໃໝ່ຂອງປະຫວັດສາດ ໂບລີວີ ແລະ ນີ້ຈະແມ່ນລັດຖະບານເພື່ອຜົນປະໂຫຍດຂອງປະຊາຊົນທຸກຄົນ. ທ່ານ Luis Arce ໃຫ້ຄຳໝັ້ນສັນຍາວ່າ ຈະດັດປັບບັນດາສິ່ງທີ່ຍັງບໍ່ທັນເໝາະສົມ ແລະ ເຮັດໃຫ້ບັນດາຜົນງານທີ່ບັນລຸໄດ້ເລິກເຊິ່ງກ່ວາອີກ, ກໍ່ຄືສ້າງສາປະເທດໃຫ້ມີຄວາມສາມັກຄີ ແລະ ທຸກຄົນໄດ້ດຳລົງຊີວິດໃນສັນຕິພາບຄືນໃໝ່. ຕາມການນຳ ໂບລີວີແລ້ວ, ໜຶ່ງໃນບັນດາບຸລິມະສິດແຖວໜ້າຂອງລັດຖະບານໃໝ່ແມ່ນຈະແກ້ໄຂບັນດາຜົນຮ້າຍຢ້ອນຫຼັງຈາກໂລກລະບາດ Covid – 19, ປົວແປງບັນດາການຂັດແຍ້ງກັນໃນສັງຄົມ ແລະ ຜ່ານຜ່າບັນດາຄວາມຫຍຸ້ງຍາກ ຂອງພື້ນຖານເສດຖະກິດ ເພື່ອມຸ່ງໄປເຖິງການຊຸກຍູ້ການເຕີບໂຕເສດຖະກິດ ຄືໃນຊຸມປີຜ່ານມາ.






