VOV WorldVOV World
ປະທານາທິບໍດີ ອາບການິດສະຖານ ກ່າວປະນາມເຫດວາງລະເບີດສະຫຼະຊີບຢູ່ນະຄອນຫລວງ Kabul
19/08/2019 07:27
(VOVWORLD) - ວັນທີ 18 ສິງຫາ, ທ່ານປະທານາທິບໍດີ ອາບການິດສະຖານ Ashraf Ghani ໄດ້ກ່າວປະນາມເຫດບຸກໂຈມຕີທີ່ແນໃສ່ງານດອງຢູ່ນະຄອນຫລວງ Kabul ໃນຕອນຄ່ຳວັນທີ 17 ສິງຫາ, ເຮັດໃຫ້ຢ່າງໜ້ອຍສຸດມີ 63 ຄົນເສຍຊີວິດ ແລະ ກ່ວາ 180 ຄົນຮັບບາດເຈັບ.
ປະທານາທິບໍດີ ອາບການິດສະຖານ ກ່າວປະນາມເຫດວາງລະເບີດສະຫຼະຊີບຢູ່ນະຄອນຫລວງ Kabul
ການນຳ ອາບການິດສະຖານ ໄດ້ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈເຖິງບັນດາຄອບຄົວທີ່ມີຜູ້ເສຍຊີວິດ. ທ່ານປະທານາທິບໍດີ Ashraf Ghani ໃຫ້ຮູ້ວ່າ: ບຸລິມະສິດແຖວໜ້າຂອງລັດຖະບານ ອາບການິດສະຖານ ໃນເວລານີ້ແມ່ນຕິດຕໍ່, ຢ້ຽມຢາມຖາມຂ່າວຄອບຄົວບັນດາຜູ້ປະສົບເຄາະຮ້າຍໃນເຫດບຸກໂຈມຕີສະຫຍົດສະຫຍອງນີ້.  ທ່ານປະທານາທິບໍດີ ອາບການິດສະຖານ Ashraf Ghani (ພາບ:
TAG
VOV/VOVworld/ປະທານາທິບໍດີ/ອາບການິດສະຖານ/Kabul