ປະທານປະເທດ ເຈືອງເຕີນຊາງ ເຄື່ອນໄຫວຢ້ຽມຢາມ ສປປ ລາວ
10/02/2012 09:03
ໂດຍສືບຕໍ່ການຢ້ຽມຢາມສັນຖະວະໄມຕີ ສປປລາວ ຢ່າງເປັນທາງການ, ປະທານປະເທດ ເຈືອງເຕີນຊາງໄດ້ໄປ ຢ້ຽມຢາມແຂວງ ຈຳປາສັກ.

ປະທານປະເທດ ເຈືອງເຕີນຊາງ ພົບປະເຈລະຈາກັບ ປະທານສະພາແຫ່ງຊາດ ປານີ ຢາທໍ່ຕູ້ (ພາບ:Truongtansang.net) ( vovworld ) - ວັນທີ 10/2, ໂດຍສືບຕໍ່ການຢ້ຽມຢາມສັນຖະວະໄມຕີ ສປປລາວ ຢ່າງເປັນທາງການ, ທ່ານປະທານປະເທດ ເຈືອງເຕີນຊາງ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງລັດຖະບານ ຫວຽດນາມ ໄດ້ອອກຈາກນະຄອນຫຼວງ ວຽງຈັນ ເດີນທາງໄປຢ້ຽມຢາມແຂວງ ຈຳປາສັກ. ເມື່ອໄປຢ້ຽມຢາມໂຮງງານປຸງແຕ່ງຢາງພາລາ 27/2 ສັງກັດບໍລິສັດຫຸ້ນສ່ວນຢາງພາລາຫວຽດ-ລາວ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງບໍລິສັດໃນການລົງທຶນເຂົ້າລາວ ແລະຖືວ່າ, ການເຄື່ອນໄຫວຂອງບໍລິສັດໄດ້ປະກອບສ່ວນແກ້ໄຂວຽກເຮັດງານທຳໃຫ້ຜູ້ອອກແຮງງານລາວນັບ ຮ້ອຍຄົນ ພ້ອມທັງໄດ້ປະກອບສ່ວນລົບລ້າງຄວາມອຶດຫີວ ຫລຸດຜ່ອນຄວາມທຸກຍາກໃຫ້ແກ່ປະຊາຊົນຢູ່ບໍລະເວນມີໂຄງການ. ຕໍ່ຈາກນັ້ນ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ເຂົ້າຮ່ວມພິທີເປີດສະຫຼອງສະຖານີວິທະຍຸກະຈາຍສຽງ ປາກຊອງ ຊື່ງແມ່ນໜື່ງໃນບັນດາໂຄງການກໍ່ສ້າງດ້ວຍແຫຼ່ງທຶນ ODA ຂອງລັດຖະບານ ຫວຽດນາມ ສະຫງວນໃຫ້ບັນດາເຂດຫ່າງໄກສອກຫລີກຂອງລາວ. ເຫດການນີ້ແມ່ນການສະແດງໃຫ້ເຫັນນ້ຳໃຈມິດຕະພາບ, ຄວາມສາມັກຄີລະຫວ່າງສອງປະເທດຢ່າງມີຊີວິດຊີວາ ແລະ ກໍແມ່ນໜື່ງໃນບັນດາການເຄືອ່ນໄຫວສຳຄັນ ຂ່ຳນັບຮັບຕ້ອນພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນມິດຕະພາບພິເສດ ຫວຽດນາມ-ລາວ. ໃນຕອນບ່າຍຂອງວັນດຽວກັນ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາສົ່ງເສີມການລົງທຶນຂອງບັນດາວິສາຫະກິດ ຫວຽດນາມ ຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ ລາວ. ກ່າວຄຳເຫັນນະທີ່ນີ້, ປະທານປະເທດ ເຈືອງເຕີນຊາງ ເນັ້ນໜັກວ່າ: “
TAG
ເຈືອງເຕີນຊາງ
Related







