ພິທີສະເຫລີມສະຫລອງ130ປີແຫ່ງວັນກຳມະກອນສາກົນ1/5
02/05/2016 09:07
(vovworld)- ຕອນຄ່ຳວັນທີ 1/5 ຢູ່ ຮ່າໂນ້ຍ, ສະຫະພັນໃຫຍ່ ແຮງງານ ຫວຽດນາມ ໄດ້ຈັດຕັ້ງພິທີສະຫລີມສະຫລອງ 130 ປີ

ພິທີສະຫລີມສະຫລອງ 130 ປີແຫ່ງວັນກຳມະກອນສາກົນ ພາບ:laodong.com (vovworld)- ຕອນຄ່ຳວັນທີ 1/5 ຢູ່ ຮ່າໂນ້ຍ, ສະຫະພັນໃຫຍ່ ແຮງງານ ຫວຽດນາມ ໄດ້ຈັດຕັ້ງພິທີສະຫລີມສະຫລອງ 130 ປີແຫ່ງວັນກຳມະກອນສາກົນ (1/5/1886-1/5/12016) ເພື່ອທົບທວນຄືນມູນເຊື້ອ ແລະ ເສີມຂະຫຍາຍບົດບາດອັນໃຫຍ່ຫລວງຂອງຊົນຊັ້ນກຳມະກອນ ຫວຽດນາມ ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ກ່າວຄຳເຫັນນະພິທີ, ທ່ານນາງ ເຈືອງທິມາຍ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວຫນ້າຄະນະຂົນຂວາຍປະຊາຊົນສູນກາງ ໄດ້ຍ້ອງຍໍບັນດາຜົນງານ, ຄວາມກ້າວຫນ້າຂອງຂະບວນການກຳມະກອນ, ການເຄື່ອນໄຫວຂອງກຳມະບານຫວຽດນາມ ແລະ ເນັ້ນຫນັກວ່າ: ອົງການກຳມະບານ ຫວຽດນາມ ຄວນສືບຕໍ່ປະຕິບັດຫນ້າທີ່ກໍ່ສ້າງຊົນຊັ້ນກຳມະກອນໃຫ້ສົມກັບກຳລັງຫລັກແຫລ່ງແກ່ນສານ ນຳຫນ້າໃນພາລະກິດຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄຫມ.
TAG
vovworld/ສະຫະພັນໃຫຍ່ ແຮງງານ
Related
More







