ວັນທີ 10 ສິງຫາ, ໃນຂອບເຂດກອງປະຊຸມວິສາມັນຄັ້ງປະຖົມມະເລິກ, ສະແຫ່ງຊາດ ຫວຽດນາມ ຊຸດທີ 16 ທີ່ພວມຈັດຂຶ້ນຢູ່ ຮ່າໂນ້ຍ, ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍຈຳນວນໜຶ່ງ, ໃນນັ້ນມີຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍແຮງງານ ຫວຽດນາມ ໄປເຮັດວຽກຢູ່ຕ່າງປະເທດຕາມສັນຍາ.
ກຳລັງແຮງງານ ຫວຽດນາມ ໄປເຮັດວຽກຢູ່ຕ່າງປະເທດໄດ້ຮັບການຕີລາຄາວ່າແມ່ນແຫຼ່ງຊັບພະຍາກອນມະນຸດສຳຄັນ, ພິເສດພາຍຫຼັງເກັບສະສົມທັກສະ, ປະສົບການເປັນເວລາຫຼາຍປີ. ເພື່ອບໍ່ເປັນການໃຫ້ແຫຼ່ງຊັບພະຍາກອນມະນຸດດັ່ງກ່າວປະເສຍປະສົບການນັ້ນໄປ, ຜູ້ນຳໃຊ້ແຮງງານຕ້ອງມີນະໂຍບາຍ, ກົນໄກໜູນຊ່ວຍ, ສົ່ງເສີມ. ທ່ານ ຫງວຽນງອັກເຊີນ, ສະມາຊິກສະພາແຫ່ງຊາດນະຄອນ ຫາຍຟ່ອງ, ປະກອບຄຳເຫັນວ່າ:
“ເລື່ອງເຊື່ອມຕໍ່ຂໍ້ມູນວຽກເຮັດງານທຳໃຫ້ແກ່ຜູ້ທີ່ໄປອອກແຮງງານຢູ່ຕ່າງປະເທດເມື່ອກັບເມືອປະເທດນັ້ນ ພຽງແຕ່ມີລັກສະນະສະເໜີແນະ, ຍັງບໍ່ທັນຕິດພັນກັບຖານຂໍ້ມູນ ໃນຂະນະທີ່ນີ້ຈຶ່ງແມ່ນຂອດຕັດສິນເລື່ອງພວກເຮົາຫັນຜູ້ອອກແຮງງານຢູ່ຕ່າງປະເທດທີ່ກັບເມືອປະເທດໃຫ້ກາຍເປັນແຫຼ່ງທຶນຊັບພະຍາກອນ ຫຼື ປະໃຫ້ເສຍໄປລ້າໆ. ສະນັ້ນ, ຂ້າພະເຈົ້າສະເໜີເພີ່ມເຕີມເຂົ້າໃນຂອບກົດໝາຍຕ່ຳສຸດກ່ຽວກັບກົນໄກພິເສດສະເພາະ, ໜູນຊ່ວຍການບຳລຸງສ້າງ, ໃຫ້ບຸລິມະສິດກັບຜູ້ອອກແຮງງານຢູ່ເຂດຊົນເຜົ່າສ່ວນໜ້ອຍ. ທີ 2 ແມ່ນ, ຫັນໜ້າທີ່ຄວາມຮັບຜິດຊອບເປັນກົດໝາຍ, ຮັບຮູ້ທັກສະອາຊີບທີ່ໄດ້ສະສົມຢູ່ຕ່າງປະເທດເຂົ້າໃນຖານຂໍ້ມູນ, ມີກົນໄກຮັບຮູ້, ຕີລາຄາທັກສະເມື່ອເຂົາເຈົ້າກັບເມືອປະເທດ”.




