ຊາວຫວຽດນາມຢູ່ຍີ່ປຸ່ນຄັດຄ້ານຈີນລະເມີດອະທິປະໄຕຂອງຫວຽດນາມຢູ່ທະເລຕາເວັນອອກ
02/05/2016 09:49
(vovworld)- ຕອນບ່າຍວັນທີ 1/5, ມີຊາວຫວຽດນາມປະມານ 200 ຄົນ ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ ແຂວງ Osaka

ຊາວຫວຽດນາມແລະເພື່ອນມິດຍິ່ປຸ່ນເຂົ້າຮ່ວມການແຫ່ຂະບວນ (vovworld)- ຕອນບ່າຍວັນທີ 1/5, ມີຊາວຫວຽດນາມປະມານ 200 ຄົນ ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ ແຂວງ Osaka ແລະ ເຂັດ Kansai ພ້ອມກັບປະຊາຊົນຍີ່ປຸ່ນ ເປັນຈຳນວນຫລວງຫລາຍໄດ້ພາກັນລົງຖະຫນົນແຫ່ຂະບວນເພື່ອຄັດຄ້ານຈີນລະເມີດອະທິປະໄຕຂອງຫວຽດນາມ ຢູ່ ທະເລຕາເວັນອອກ. ບັນດາຜູ້ແຫ່ຂະບວນໄດ້ຮຽກຮ້ອງຈີນ ບໍ່ໄດ້ທຳການບູລະນະ, ຖົມດິນກໍ່ສ້າງເກາະ ແລະ ນຳໃຊ້ການທະຫານຢູ່ທະເລຕາເວັນອອກ, ຕອ້ງເຄົາລົບກົດໝາຍສາກົນ. ການແຫ່ຂະບວນດຳເນີນໃນສັນຕິພາບ, ເຄົາລົບກົດໝາຍຍີ່ປຸ່ນ, ດຶງດູດຄວາມສົນໃຈ ແລະ ເປັນສັກຂີພິຍານຂອງປະຊາຊົນຍີ່ປຸ່ນກໍຄືອົງການສື່ມວນຊົນທ້ອງຖິ່ນຈຳນວນຫນຶ່ງ.
TAG
vovworld/ຄັດຄ້ານ/ຈີນລະເມີດອະທິປະໄຕຂອງຫວຽດນາມ
Related
More







