ໝູ່ບ້ານເກົ່າແກ່ເດື່ອງເລິມ ແມ່ນໝູ່ບ້ານແຫ່ງທຳອິດຢູ່ຫວຽດນາມ ໄດ້ຮັບນາມມະຍົດວ່າ ແມ່ນເຂດປູຊະນີຍະສະຖານສະຖາປັດຕະຍາກຳສິລະປະລະດັບຊາດ (ພາບ:baotintuc.vn)

ໝູ່ບ້ານເກົ່າແກ່ເດື່ອງເລິມ, ຕາແສງ ເດື່ອງເລິມ, ເທດສະບານ ເຊີນໄຕ, ນະຄອນຮ່າໂນ້ຍ ແມ່ນໝູ່ບ້ານແຫ່ງທຳອິດຢູ່ຫວຽດນາມ ໄດ້ຮັບນາມມະຍົດວ່າ ແມ່ນເຂດປູຊະນີຍະສະຖານສະຖາປັດຕະຍາກຳສິລະປະລະດັບຊາດ. ຢູ່ທີ່ນີ້ໄດ້ອະນຸລັກຮັກສາບັນດາຈຸດເອກະລັກສະເພາະພື້ນຖານຂອງໝູ່ບ້ານ ຫວຽດນາມ ໂດຍມີ ປະຕູບ້ານ, ຕົ້ນໂພ, ທ່ານ້ຳ, ສາລາບ້ານ, ວັດວາອາຮາມ….

ເນື່ອງໃນໂອກາດນີ້, ຄະນະຄຸ້ມຄອງເຂດປູຊະນີຍະສະຖານໝູ່ບ້ານ ເກົ່າແກ່ ເດື່ອງເລິມ ໄດ້ຈັດການເຄື່ອນໄຫວຫຼາຍຢ່າງຄື ງານວາງສະແດງບາງຜົນງານຈິດຕະກຳ ກ່ຽວກັບຫົວຂໍ້ການເຄື່ອນໄຫວ, ການຜະລິດ, ຮີດຄອງປະເພນີຂອງປະຊາຊົນໝູ່ບ້ານເກົ່າແກ່; ວາງສະແດງຊຸດອາພອນທີ່ເປັນມູນເຊື້ອຂອງທ້ອງຖິ່ນ….