ຄະນະຈັດຕັ້ງມອບລາງວັນ “15 ຕຸລາ” ໃຫ້ແກ່ບັນດາພະນັກງານດີເດັ່ນຂອງສະຫະພັນຊາວໜຸ່ມ ຫວຽດນາມ (ພາບ:hanoimoi.com.vn)

ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນແອັງຕວ້ນ, ເລຂາຜູ້ປະຈຳການສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ, ປະທານສະຫະພັນຊາວໜຸ່ມ ຫວຽດນາມ ເນັ້ນໜັກວ່າ:

“ໃນໄລຍະຈະມາເຖິງ, ສະຫະພັນຊາວໜຸ່ມ ຫວຽດນາມ ຈະສືບຕໍ່ປະຕິບັດຂະບວນການ “ຂ້ອຍຮັກປະເທດຊາດຂອງຂ້ອຍ”, ລາຍການ “ຮ່ວມເດີນທາງພ້ອມກັບຊາວໜຸ່ມກໍ່ຮ່າງສ້າງຕົວ, ສ້າງອາຊີບ” ແລະ ໂຄງການ “ສ້າງສະຫະພັນຊາວໜຸ່ມ ຫວຽດນາມ ໝັ້ນຄົງເຂັ້ມແຂງ”. ສ້າງອົງການສະຫະພັນຊາວໜຸ່ມຫວຽດນາມ ໃຫ້ໝັ້ນຄົງ, ເຂັ້ມແຂງຢ່າງແທ້ຈິງ, ປະຕິບັດບົດບາດຮ່ວມເດີນທາງພ້ອມກັບຊາວໜຸ່ມໃຫ້ເປັນຢ່າງດີ, ເສີມຂະຫຍາຍກຳລັງຄວາມສາມາດ, ພູມປັນຍາຂອງຊາວໜຸ່ມຫວຽດນາມ ຢູ່ພາຍໃນ ແລະ ຕ່າງປະເທດ ຕັ້ງໜ້າເຂົ້າຮ່ວມພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດ ສັງຄົມນິຍົມ ຫວຽດນາມ”.