ສະເຫລີມສະຫລອງວັນປົດປ່ອຍພາກໃຕ້ຫວຽດນາມ30/4ຢູ່ຕ່າງປະເທດ
02/05/2016 09:20
(vovworld)- ວັນທີ 1/5, ສະຖາບັນວັດທະນະທຳ ອັກຊັງຕີນ - ຫວຽດນາມ ໄດ້ສົມທົບກັບສະຖານທູດຫວຽດນາມ ຈັດຕັ້ງການປາຖະກະຖາ

ພາບປະກອບ (vovworld)- ວັນທີ 1/5, ສະຖາບັນວັດທະນະທຳ ອັກຊັງຕີນ - ຫວຽດນາມ ໄດ້ສົມທົບກັບສະຖານທູດຫວຽດນາມ ຈັດຕັ້ງການປາຖະກະຖາກ່ຽວກັບຫວຽດນາມ ເນື່ອງໃນໂອກາດສະເຫລີມສະຫລອງ 41 ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ ໂຮມປະເທດຊາດເປັນເອກະພາບ (30/4/1975) ຢູ່ສູນ ວັດທະນະທຳ Sofia ຢູ່ Buenos Aires. ເນື່ອງໃນໂອກາດນີ້ ແຂກເຂົ້າຮ່ວມການປາຖະກະຖາໄດ້ຮັບຊົມຟີມເອກະສານຕອນຫນຶ່ງເວົ້າເຖິງຜົນຮ້າຍຢ້ອນຫລັງຈາກສົງຄາມຮຸກຮານຫວຽດນາມຂອງຈັກກະພັດອາເມລິກາ ແລະ video ກ່ຽວກັບບັນດາການປ່ຽນແປງຂອງຫວຽດນາມ ໃນຊຸມປີມໍ່ໆມານີ້ ອັນໄດ້ສ້າງຄວາມປະທັບໃຈຢ່າງແຮງຕໍ່ເພື່ອນມິດ ອັກຊັງຕີນ. ໃນວັນດຽວກັນ, ຢູ່ ນະຄອນຫລວງ Luanda, ສະຖານທູດຫວຽດນາມ ແລະ ຊາວຫວຽດນາມ ອາໄສຢູ່ ອັງໂກລາ ໄດ້ຈັດຕັ້ງງານມິດຕິງສະເຫລີມສະຫລອງ 41 ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມຢ່າງສົມບູນ, ໂຮມປະເທດຊາດເປັນເອກະພາບ ແລະ ຂ່ຳນັບຊົມເຊີຍວັນກຳມະກອນສາກົນ 1/5.
TAG
vovworld/ວັດທະນະທຳ
Related
More







