ວັນ​ທີ 1 ພຶດ​ສະ​ພາ, ສື່ມວນ​ຊົນ​ ສ.ເຊັກ​ໂກ ໃຫ້​ຮູ້​ວ່າ ປະ​ເທດນີ້ ອະ​ນຸ​ຍາດ​ໃຫ້​ທ່ານ Robert Fico ນາ​ຍົກ​ລັດ​ຖະ​ມົນ​ຕີ ຊ​ໂລ​ວາ​ກີ ບິນ​ຜ່ານ​ເຂດ​ນາ​ຟ້າ​ປະ​ເທດນີ້ ໃນ​ການ​ເດີນ​ທາງ​ໄປ ລັດ​ເຊຍ ເຂົ້າ​ຮ່ວມ​ພິ​ທີ​ສວນ​ສະ​ໜາມ​ວັນ​ໄຊ​ຊະ​ນະ (ຄື​ວັນ​ທີ 9 ພຶດ​ສະ​ພາ), ໂດຍບໍ່​ຫົວ​ຊາ​ຕໍ່​ເລື່ອງ​ບາງ​ປະ​ເທດ ເອີລົບ ອື່ນ​ໄດ້​ປະ​ຕິ​ເສດ ແລະ ສະ​ກັດ​ກັ້ນ​ການ​ເດີນ​ທາງ​ຄັ້ງ​ນີ້. ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ໄດ້​ຍົກ​ອອກ​ມາ ໃນ​ສະ​ພາບ​ການ​ທີ່ຫຼາຍ​ປະ​ເທດ ເອີ​ລົບ ປະ​ຕິ​ເສດ​ໃຫ້​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຊ​ໂລ​ວາ​ກີ ໄປ​ຜ່ານ​ເຂດ​ນານ​ຟ້າ​ຂອງ​ປະ​ເທດ​ເຂົາ​ເຈົ້າ ເພື່ອ​ໄປ​ຢ້ຽມ​ຢາມ ລັດ​ເຊຍ ໃນ​ວັນ​ທີ 9 ພຶດ​ສະ​ພາ​ຈະ​ມາ​ເຖິງ. ບັນ​ດາ​ປະ​ເທດ​ເຂດ Baltic ຄື Lit-va, Latvia ແລະ Estonia ໄດ້ຫ້າມ​ຖ້ຽວ​ບິນ​ຂອງກ​ານ​ນຳ ຊ​ໂລ​ວາ​ກີ ແລະ ໂບ​ໂລຍ ກໍ່​ບໍ່ອະນຸ​ຍາດ​ເຂົ້າ​ເຖິງ​ເຂດ​ນ່າ​ຟ້າ​ຂອງ​ຕົນ​ເຊັນ​ດຽວ​ກັນ.