ວຽກງານປິ່ນປົວພວມໄດ້ຮັບການປະຕິບັດຢ່າງຕັ້ງໜ້າ ດ້ວຍການໜູນຊ່ວຍຂອງບັນດາແພດໝໍຂອງໂຮງໝໍ ເຈິໄຣ໊ ນະຄອນ ໂຮ່ຈີມິນ. ທ່ານ ຫງວຽນວັນແທ່ງ, ຫົວໜ້າໂຮງໝໍທົ່ວໄປແຂວງ ບີ່ງທ້ວນ ໃຫ້ຮູ້ວ່າ:

ປັດຈຸບັນ, ພວກຂ້າພະເຈົ້າພວມປິ່ນປົວຕາມການແນະນຳຂອງກະຊວງສາທາລະນະສຸກ ແລະ ພາຍໃຕ້ການແນະນຳໂດຍກົງຂອງໂຮງໝໍ ເຈິ້ໄຣ໊. ພວກຂ້າພະເຈົ້າໄດ້ຮັບການໜູນຊ່ວຍນັບທັງບຸກຄະລາກອນ ກໍ່ຄືພາຫະນະອຸປະກອນການແພດ.