ຊຸກຍູ້ການຮ່ວມມືດ້ານການຄ້າລະຫວ່າງນະຄອນ ໂຮ່ຈິມີນ ແລະ ເຂດ Yangon
27/05/2012 09:38
ວັນທີ 26/5, ທ່ານ Le Thanh Hai ເລຂາຄະນະພັກ ແລະ ທ່ານ Le Hoang Quan ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈິມີນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງເຂດ Yangon ປະເທດມ້ຽນມາ

ທ່ານ Le Hoang Quan ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈິມີນ ຕ້ອນຮັບທ່ານ U Myint Swe ຜູ້ວ່າການເຂດ Yangon ພາບ:TTXVN (vovworld) - ວັນທີ 26/5, ທ່ານ Le Thanh Hai ເລຂາຄະນະພັກ ແລະ ທ່ານ Le Hoang Quan ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈິມີນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງເຂດYangon ປະເທດມ້ຽນມາ ໂດຍທ່ານ U Myint Swe ຜູ້ວ່າການເຂດດັ່ງກ່າວ ນຳຫນ້າ ພວມຢູ່ຢ້ຽມຢາມນະຄອນ ໂຮ່ຈິມີນ. ນະທີ່ນີ້ ການນຳນະຄອນ ໂຮ່ຈິມີນ ເນັ້ນຫນັກວ່າ: ນະຄອນ ໂຮ່ຈິມີນ ແລະ ເຂດ Yangon ມີຈຸດຄ້າຍຄືກັນຫລາຍຢ່າງນັບທັງທີ່ຕັ້ງ, ບົດບາດ ແລະ ຄວາມສາມາດບົ່ມຊ້ອນ, ນະຄອນ ໂຮ່ຈິມີນ ແລະ ເຂດ Yangon ມີແງ່ຫວັງໃຫຍ່ເພີ່ອເປີດກວ້າງການຮ່ວມມືໃນບັນດາຂົງເຂດເສດຖະກິດ, ການຄ້າ, ການທ່ອງທ່ຽວ, ວັດທະນະທຳ ການສຶກສາ ແລະ ສາທາລະນະສຸກ. ສ່ວນທ່ານ U Myint Swe ໄດ້ຢືນຢັນວ່າ: ຊຸກຍູ້ການຮ່ວມມື, ເປັນຕົ້ນແມ່ນການຮ່ວມມືດ້ານການຄ້າ, ການລົງທຶນ ລະຫວ່າງ ເຂດ Yangon ແລະ ນະຄອນ ໂຮ່ຈິມີນ ແມ່ນຈຸດໝາຍຂອງການຢ້ຽມຢາມຫວຽດນາມ ຄັ້ງນີ້.
TAG
ໂຮ່ຈິມີນ
Related







