ໃນວັນທີ 04 ກັນຍາ, ຢູ່ວໍຊິງຕັນ, ອາເມລິກາ ຄະນະຜູ້ແທນຈາກສະຖານທູດ ລາວ ປະຈຳ ອາເມລິກາ ນຳໂດຍທ່ານ ພູໂຂງ ສີສຸລາດ, ເອກອັກຄະລັດຖະທູດ ລາວ ປະຈຳ ອາເມລິກາ ໄດ້ມາຢ້ຽມຢາມ, ອວຍພອນຢູ່ສະຖານທູດ ຫວຽດນາມ ປະຈຳ ອາເມລິກາ ເນື່ອງໃນໂອກາດວັນຊາດ ຫວຽດນາມ. ທີ່ການພົບປະ, ທ່ານເອກອັກຄະລັດຖະທູດ ພູໂຂງ ສີສຸລາດ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ຜົນສຳເລັດທີ່ພົ້ນເດັນຂອງ ຫວຽດນາມ ໃນໄລຍະຜ່ານມາ, ພິເສດແມ່ນການພັດທະນາເສດຖະກິດທີ່ໂດດເດັ່ນ, ບໍ່ພຽງແຕ່ປະກອບສ່ວນຍົກສູງຊີວິດການເປັນຢູ່ຂອງປະຊາຊົນ ຫວຽດນາມ ແລະ ທີ່ຕັ້ງຂອງ ຫວຽດນາມ ບົນເວທີສາກົນເທົ່ານັ້ນ, ຫາກຍັງສ້າງກຳລັງໜູນໃຫ້ແກ່ການພັດທະນາ, ການເຊື່ອມຕໍ່ ແລະ ການຮ່ວມມືໃນພາກພື້ນອີກດ້ວຍ. ທ່ານເອກອັກຄະລັດຖະທູດ ລາວ ສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມ ຈະສືບຕໍ່ບັນລຸບັນດາຜົນສຳເລັດໃໝ່ ແລະ ຮອບດ້ານກວ່າເກົ່າໃນພາລະກິດແຫ່ງການພັດທະນາປະເທດຊາດ.






