ທ່ານ ຟ້າມບິ່ງມິງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄເຮັດວຽກທາງອອນລາຍ ກັບທ່ານ Axel van Trotsen burg ຜູ້ອຳນວຍການໃຫຍ່ຝ່າຍບໍລິຫານຂອງທະນາຄານໂລກ

(ພາບ: Baoquocte.vn)

ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດເນັ້ນໜັກວ່າ ຫວຽດນາມ ໄດ້ຕີລາຄາສູງຕໍ່ການໜູນຊ່ວຍຢ່າງມີປະສິດທິຜົນຂອງທະນາຄານໂລກ ແລະ ສ່ວນຕົວທ່ານ Axel van Trotsen burg ທີ່ສະຫງວນໃຫ້ຫວຽດນາມໃນໄລຍະທີ່ຜ່ານມາ. ມີຫຼາຍໂຄງການ, ກິດຈະກຳ ແລະ ການໃຫ້ຄຳ ປຶກສານະໂຍບາຍຂອງທະນາຄານໂລກ ໄດ້ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມຢູ່ ຫວຽດນາມ.

ທ່ານຮອງນາຍົກລັດຖະມົນຕີ ຫວັງວ່າ ທະນາຄານໂລກຈະສືບຕໍ່ໜູນຊ່ວຍແຫຼ່ງທຶນພັດທະນາ, ໃຫ້ຄຳປຶກສາ ແລະ ຮ່ວມເດີນທາງກັບຫວຽດນາມໃນການວາງແຜນກຳນົດນະໂຍບາຍ, ການກຳນົດທິດພັດທະນາໃນໄລຍະຈະມາເຖິງ.

ສ່ວນທ່ານ Axel van Trotsen burg ໄດ້ຕີລາຄາສູງ ຕໍ່ເລື່ອງຫວຽດນາມສາມາດຄວບຄຸມໂລກລະບາດໂຄວິດ - 19 ໄດ້ເປັນຢ່າງດີ, ໃນຂະນະທີ່ຍັງຄົງຮັກສາໄດ້ທ່າເຕີບໂຕເປັນບວກໃນສະພາບການໂລກລະບາດຍັງມີການຜັນແປຢ່າງສັບສົນໃນໂລກ. ທ່ານ ຢັ້ງຢືນວ່າ ທະນາຄານໂລກພ້ອມແລ້ວທີ່ຈະຕັ້ງໜ້າຮ່ວມມື, ໜູນຊ່ວຍ ຫວຽດນາມໃນຫຼາຍຂົງເຂດຄື: ຕ້ານການປ່ຽນແປງຂອງດິນຟ້າອາກາດ, ພັດທະນາພະລັງງານຜະລິດຄືນໃໝ່, ສຳຜັດກັບແຫຼ່ງທຶນໂດຍໄວ…