ທ່ານອະດີດຮອງປະທານາທິບໍດີ ອາເມລິກາ Joe Biden (ພາບ: AFP/TTXVN) |
ກ່ອນໜ້ານັ້ນ, ທ່ານ Biden ກໍ່ຮຽກຮ້ອງໃຫ້ສະພາແຫ່ງຊາດ ອາເມລິກາ ສະໜັບສະໜູນຮ່າງກົດໝາຍທີ່ມີມູນຄ່າ 2.200 ຕື້ USD ເຊິ່ງສະພາຕ່ຳໂດຍພັກປະຊາທິປະໄຕກຳສິດຄວບຄຸມໄດ້ຮັບຮອງເອົາ ເພື່ອໜູນຊ່ວຍພື້ນຖານເສດຖະກິດ. ບັນດາບ້ວງເງິນກະຕຸ້ນລາຍຈ່າຍ ໄດ້ຮັບຖືວ່າ: ແມ່ນກຸນແຈຊ່ວຍ ອາເມລິກາ ຟື້ນຟູເສດຖະກິດພາຍຫລັງຖືກຊຸດໂຊມ ແລະ ແຮງງານຖືກໃຫ້ອອກວຽກເປັນຈຳນວນຫລາຍ.
ແລະກໍ່ໃນບົດກ່າວປາໄສ, ທ່ານ Biden ກໍ່ກ່າວເຕືອນວ່າ ຈະມີຜູ້ເສຍຊີວິດຫລາຍຕື່ມອີກຍ້ອນໂລກລະບາດໂຄວິດ-19 ຖ້າອຳນາດການປົກຄອງປະທານາທິບໍດີ Donald Trump ບໍ່ເລີ່ມດຳເນີນວິວັດການມອບໂອນສິດອຳນາດຢ່າງຈົບງາມ.






