ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມຕ້ອນຮັບຜູ້ອຳນວຍການ UNAIDS ປະຈຳ ຫວຽດນາມ

(ພາບ: VGP)

ຕາມທ່ານ ຫວູດຶກດາມແລ້ວ, ໃນອາຍຸການປະຕິງານຢູ່ຫວຽດນາມ, ທ່ານນາງ Marie-Odile Emond ໄດ້ຮັບຫຼຽນກາລະນຶກ “ເພື່ອສຸຂະພາບປະຊາຊົນ” ຈາກ ກະຊວງສາທາລະນະສຸກ ຫວຽດນາມ, ໄດ້ຮັບໃບຍ້ອງຍໍຈາກກົມປ້ອງກັນ, ຕ້ານ HIV/AIDS ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນການຮູ້ບຸນຄຸນ, ຂອບໃຈຕໍ່ການອຸທິດສ່ວນຂອງທ່ານນາງ ທີ່ມີຕໍ່ພາລະກິດເບິ່ງແຍງ ດູແລ ແລະ ຮັກສາສຸຂະພາບຂອງປະຊາຊົນຫວຽດນາມ.

ທ່ານ ຫວູດຶກດາມ ໄດ້ສະແດງຄວາມຂອບໃຈມາຍັງທ່ານນາງ Marie-Odile Emond ຍ້ອນມີການປະກອບສ່ວນໃນຕະຫຼອດອາຍຸການຜ່ານມາ, ສະແດງຄວາມຫວັງວ່າ UNAIDS ແລະ ທ່ານນາງ Marie-Odile Emond ຈະສືບຕໍ່ໜູນຊ່ວຍຫວຽດນາມບັນລຸໄດ້ບັນດາເປົ້າໝາຍໃນວຽກງານປ້ອງກັນ, ຕ້ານ HIV/ AIDS ໃນໄລຍະຈະມາເຖິງ.

ສ່ວນທ່ານນາງ Marie-Odile Emond ໄດ້ຢັ້ງຢືນວ່າ: ເຖິງວ່າໃນຖານະຕຳແໜ່ງໃດກໍ່ຕາມ ຕົນເອງກໍ່ຈະສືບຕໍ່ເອົາໃຈໃສ່ ແລະ ໜູນຊ່ວຍຫວຽດນາມ ໃຫ້ບັນລຸໄດ້ບັນດາເປົ້າໝາຍໃນການປ້ອງກັນ ຕ້ານ HIV/AIDS