ທ່ານ Sadyr Zhaparov ເປັນນາຍົກລັດຖະມົນຕີຂອງ ກຽກກິດສະຖານ ຢ່າງເປັນທາງການ (ພາບ: AFP)

ນີ້ແມ່ນບາດກ້າວໃໝ່ໃນຄວາມມານະພະຍາຍາມຢຸດຕິວິກິດການດ້ານການເມືອງຢູ່ປະເທດອາຊີກາງນີ້.

ສະພາແຫ່ງຊາດ ກຽກກິດສະຖານ ຕ້ອງດຳເນີນການປ່ອນບັດໃຫ້ສັດຕະຍາບັນຄືນໃໝ່ໃຫ້ແກ່ທ່ານ Sadyr Zhaparov ເປັນນາຍົກລັດຖະມົນຕີ ພາຍຫຼັງທ່ານປະທານາທິບໍດີ Sonronbay Jeenbekov ຢັບຢັ້ງການໃຫ້ສັດຕະຍາບັນກ່ອນໜ້ານັ້ນ ຂອງສະພາແຫ່ງຊາດ.

ຫຼັງຈາກສະພາແຫ່ງຊາດ ກຽກກິດສະຖານ ໃຫ້ສັດຕະຍາບັນຄືນໃໝ່, ທ່ານປະທານາທິບໍດີ Jeenbekov ຮອງຮັບວ່າ ທ່ານ Sadyr Zhaparov ເປັນນາຍົກລັດຖະມົນຕີປະເທດນີ້ ຢ່າງເປັນທາງການ.