VOV WorldVOV World
ທ່ານນາຍົກລັດຖະມົນຕີ ອັງກິດ ຮຽກຮ້ອງ ອີຢູ ຍົກເລີກມາດຕາສະກັດກັ້ນ ເພື່ອຫຼີກລ້ຽງ Brexit ບໍ່ມີຂໍ້ຕົກລົງ
25/08/2019 08:13
(VOVWORLD) - ວັນທີ 24 ສິງຫາ, ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ຖືວ່າ: ສະຫະພາບ ເອີຣົບ (ອີຢູ) ຄວນຍົກເລີກມາດຕາສະກັດກັ້ນ ອຽກລັງ ເພື່ອຫຼີກລ້ຽງ Brexit (ອັງກິດ ຖອນຕົວອອກຈາກສະຫະພາບ ເອີຣົບ) ບໍ່ມີຂໍ້ຕົກລົງ.
ທ່ານນາຍົກລັດຖະມົນຕີ ອັງກິດ ຮຽກຮ້ອງ ອີຢູ ຍົກເລີກມາດຕາສະກັດກັ້ນ ເພື່ອຫຼີກລ້ຽງ Brexit ບໍ່ມີຂໍ້ຕົກລົງ
 ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson         ແລະກໍ່ໃນວັນດຽວກັນ, ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ ຝຣັ່ງ, ທ່ານປະທານສະພາ ເອີຣົບ Donald Tusk ຖະແຫຼງວ່າ: ທ່ານຈະບໍ່ຮ່ວມມືກ່ຽວກັບເລື່ອງ Brexit ບໍ່ມີຂໍ້ຕົກລົງ. ທ່ານ Donald Tusk ໃຫ້ຮູ້ວ່າ: ຈະພ້ອມແລ້ວທີ່ຈະຮັບຟັງບັນດາຄຳຄິດເຫັນຈາກທ່ານ  Boris Johnson ກ່ຽວກັບວິທີຫຼີກລ້ຽງ Brexit ບໍ່ມີຂໍ້ຕົກລົງໃນການພົບປະລະຫວ່າງ 2 ຝ່າຍໃນວັນທີ 25 ສິງຫາ ຢູ່ນອກກອງປະຊຸມສຸດຍອດ G7.
TAG
VOV/VOVworld/ນາຍົກລັດຖະມົນຕີ/ອັງກິດ/ອີຢູ/ມາດຕາສະກັດກັ້ນ/Brexit

More