(ກອງປະຊຸມຂອງຫ້ອງການປະຈຳຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດ)

ວັນທີ 06 ພະຈິກ, ຢູ່່ຮ່າໂນ້ຍ, ຫ້ອງການປະຈຳຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດ ໄດ້ຈັດກອງປະຊຸມຮັບມືກັບຄວາມກົດດັນອາກາດຕ່ຳອ່ອນຕົວຈາກພາຍຸ Goni.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນດຶກກວາງ, ຮອງຫົວໜ້າຫ້ອງການຄະນະຊີ້ນຳກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດ ສະເໜີໃຫ້ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສືບຕໍ່ເປັນເຈົ້າການຮັບມືກັບຄວາມກົດດັນອາກາດຕ່ຳ, ພ້ອມທັງຕິດຕາມການຜັນແປຂອງຄວາມກົດດັນອາກາດຕ່ຳຢ່າງໃກ້ຊິດ ແລະ ສະພາບຝົນຕົກ, ນ້ຳຖ້ວມ, ແຈ້ງຂ່າວພະຍາກອນຢ່າງທັນການ ເພື່ອໃຫ້ປະຊາຊົນເປັນເຈົ້າການຮັບມື, ພິເສດແມ່ນບັນດາແຂວງຄື: ກວາງນາມ, ກວາງຫງ້າຍ… ເຊິ່ງແມ່ນແຂວງຖືກຜົນສະທ້ອນຢ່າງໜັກໜ່ວງຈາກຝົນຕົກ, ນ້ຳຖ້ວມ.

ເມື່ອເຕື້ອງເຖິງພາຍຸ Atsani ແລະ ໄພທຳມະຊາດທີ່ອາດຈະເກີດຂຶ້ນຢູ່ທະເລຕາເວັນອອກ, ທ່ານ ຫງວຽນດຶກກວາງ ສະເໜີໃຫ້ສູນພະຍາກອນອຸຕຸນິຍົມອຸທົກກະສາດແຫ່ງຊາດ ຕິດຕາມສະພາບການຢ່າງໃກ້ຊິດ, ແຈ້ງຂ່າວພະຍາກອນຢ່າງທັນການ, ຮັບໃຊ້ວຽກງານຊີ້ນຳນຳພາ, ຮັບມື ແລະ ສື່ມວນຊົນ.