ອາເມລິກາ ສືບຕໍ່ແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ-19 ດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 8.288.278 ຄົນ ແລະ ມີ 223.644 ຄົນເສຍຊີວິດ. ຢືນອັນດັບທີ 2 ແມ່ນປະເທດ ອິນເດຍ ດ້ວຍຈຳນວນຜູ້ຕິດເຊື້ອໂຄວິດ-19 ແມ່ນ 7.430.635 ຄົນ ແລະ ມີຜູ້ເສຍຊີວິດກ່ວາ 113.000 ຄົນ. ຖັດຈາກ ອິນເດຍ ແມ່ນປະເທດ ບຣາຊິນ, ລັດເຊຍ ແລະ ແອັດສະປາຍ.