ບັນດາຜູ້ແທນກ່າວຄຳເຫັນທີ່ກອງປະຊຸມ (ພາບ: baodaklak.vn) |
ໂຄງການໂດຍ ກອງທຶນອາກາດຂຽວ ຂອງ ສປຊ ອຸປະຖຳດ້ວຍເງິນຊ່ວຍເຫຼືອລ້າ ກ່ວາ 30 ລ້ານ USD, ເວລາໃນການປະຕິບັດໂຄງການຄາດວ່າ ແຕ່ປີ 2020 - 2025. ຂອບເຂດປະຕິບັດແມ່ນບັນດາແຂວງຄື ດັກລັກ, ດັກນົງ, ບິ່ງທ້ວນ, ນິງທວນ ແລະ ແຄ໊ງຮ່ວາ, ດ້ວຍເປົ້າໝາຍຫັນລະບົບຫົດນ້ຳແລະລະບາຍນ້ຳເປັນທັນສະໄໝ, ຮັບປະກັນແຫຼ່ງນ້ຳ ແລະ ການຫາເງິນລ້ຽງຊີບ, ນຳໃຊ້ເຕັກນິກກະສິກຳທີ່ມີຄວາມສາມາດທົນທານກັບການປ່ຽນແປງຂອງດິນຟ້າອາກາດ ແລະ ສຳຜັດກັບຂໍ້ມູນຂ່າວສານ ກະສິກຳ ແລະ ການຕະຫຼາດ.






