​ກອງ​ປະ​ຊຸມ​​ວ​ິ​ສາ​ມັນ​ຄັ້ງ​ປະ​ຖົມ​ມະ​ເລິກ, ສະ​ພາ​ແຫ່ງ​ຊາດ​ ຫວຽດນາມ ຊຸດ​ທີ 16 ໄດ້ໄຂ​ຂຶ້ນ​ໃນ​ວັນ​ທີ 03 ສິງ​ຫາ, ຢູ່ ຮ່າ​ໂນ້ຍ. ວາ​ລະ​ໄຂ​ກອງ​ປະ​ຊຸມ​ໄດ້​ຖ່າຍ​ທອດ​ສົດ​ທາງ​ໂທ​ລະ​ພາບ, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ເພື່ອ​ໃຫ້​ປະ​ຊາ​ຊົນ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ທົ່​ວ​ປະ​ເທດ​ຕິດ​ຕາມ.

ທີ່ກອງ​ປະ​ຊຸມ​ຄັ້ງ​ນີ້, ສະ​ພາ​ແຫ່ງ​ຊາດ​ຈະ​ພິ​ຈາ​ລະ​ນາ, ຕົກ​ລົງ 33 ເນື້ອ​ໃນ: ໃນ​ນັ້ນ, ພິ​ຈາ​ລະ​ນາ​ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍ 15 ສະ​ບັບ, ຮ່າງ​ມະ​ຕິ​ຂໍ້ກຳນົດ​ດ້ານ​ກົດ​ໝາຍ 4 ສະ​ບັບ; ​ປະ​ກອ​ບ​ຄຳ​ເຫັນ​​ຄັ້ງທຳ​ອິດໃສ່​ຮ່າງ​ກົ​ດ​ໝາຍ 7 ສະ​ບັບ; ພິ​ຈາ​ລະ​ນາ, ຕົກ​ລົງ 7 ເນື້ອ​ໃນ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ສຳ​ຄັນ​ຂອງ​ປະ​ເທດ​ຊາດ. ທ່ານ​ ເຈິ່ນ​ແທັງ​ເໝີ້ນ, ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດນາມ ເນັ້ນ​ໜັກ​ວ່າ:

“ຂ້າ​ພະ​ເຈົ້າ​ສະ​ເໜີ​ໃຫ້​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຄົ້ນ​ຄວ້າ​ເອ​ກະ​ສານ​ຢ່າງ​ລະ​ອຽດ, ຕັ້ງ​ໜ້າ​ປຶກ​ສາ​ຫາ​ລື, ໂຕ້​ວາ​ທີ, ປະ​ກອບ​ຫຼາຍ​ຄຳ​ເຫັນ​ທີ່ມີ​ຄຸນ​ນະ​ພາບ, ໂດຍ​ສະ​ເພາະ​ແມ່ນ​ບັນ​ດາ​ບັນ​ຫາ​ທີ່​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ, ບັນ​ດາ​ເນື້ອ​ໃນ​ສົ່ງ​ຜົນ​ສະ​ທ້ອນ​ໂດຍ​ກົງ​ເຖິງ​ປະ​ຊາ​ຊົນ, ວິ​ສາ​ຫະ​ກິດ. ບັນ​ດາ​ອົງ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ແຕ່​ລະ​ຄົນ ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ຈິນ​ຕະ​ນາ​ການ​ຢ່າງ​ແຮງ​ໃນ​ການ​ສ້າງ​ກົດ​ໝາຍ, ນະ​ໂຍ​ບາຍ​ກົດ​ໝາຍ​ທີ່​ປະ​ກາດ​ໃຊ້​ໃຫ້​ຕິດ​ແທດ​ກັບ​ສະ​ພາບ​ການ​ຕົວ​ຈິງ. ຮ່າງ​ກົດ​ໝາຍ, ມະ​ຕິ​ແຕ່​ລະ​ສະ​ບັບ​ຕ້ອງ​ໄດ້​ກະ​ກຽມ​ຢ່າງ​ເຂັ້ມ​ງວດ, ​ລະ​ອຽດ​ລະ​ອໍນັບ​ແຕ່​ຂອດ​ຮຽບ​ຮຽງ, ຕີ​ລາ​ຄາ ແລະ ບັນ​ດາ​ເປົ້າ​ໝາ​ຍທີ່​ຖືກ​ຜົນ​ສະ​ທ້ອນ”.

ກອງ​ປະ​ຊຸມ​ໄດ້​ຈັດ​ຂຶ້ນ​ຕາມ​ຮູບ​ແບບ​ໂຮມ​ປະ​ຊຸມ​ຢູ່​ຫໍ​ສະ​ພາ​ແຫ່ງ​ຊາດ, ນະ​ຄອນ​ຫຼວງ ຮ່າ​ໂນ້ຍ ແລະ ແບ່ງ​ເປັນ 2 ຄັ້ງ (ຄັ້ງ​ທີ 1: ແຕ່​ວັນ​ທີ 03 ສິງ​ຫາ ຮອດ​ຕອນ​ເຊົ້າ​ວັນ​ທີ 13 ສິງ​ຫາ. ຄັ້ງ​ທີ 2: ແຕ່​ວັນ​ທີ 19 – 24 ສິງ​ຫາ).