ເສັ້ນ​ທາງ​ພາ​ໄປ​ເຖິງ​ຖ້ຳ​ບໍ່​ຍາວ​ປານ​ໃດ ແຕ່ກໍ່​ເຮັດ​ໃຫ້​ແຂກ​ທ່ອງ​ທ່ຽວຮູ້​ສຶກເຖິງ​ການ​ຫັນ​ປ່ຽນ​ຂອງ​ບໍ​ລິ​ເວນ. ຈາກ​ແສງ​ສະ​ຫວ່າງ​ຢູ່​ກາງ​ແຈ້ງ,​ ແຂກ​ທ່ອງ​ທ່ຽວ​ຈະ​ຄ່ອຍໆ​ຍ່າງ​ເຂົ້າ​ເງົາ​ມືດ​ທີ່​ເຢັນ​ສະ​ບາຍ​ແຫ່ງ​ທີ່​ອຸນ​ຫະ​ພູມ​ເກືອບ​ຄື​ວ່າຍັງ​​ຄົງ​ຮັກ​ສາ​ປົກ​ກະ​ຕິ​ຕະຫຼອດ​ປີ. ຖ້ຳ​​ຫົວ​ມ້າ ມີ​ຄວາມ​ຍາວ 700 ກວ່າ​ແມັດ, ຄວາມສູງ​ສະ​ເລ່ຍ​ປະ​ມານ 50 ແມັດ ​ເມື່ອ​ທຽບ​ໃສ່​ໜ້າ​ດິນ. ຢູ່​ໃນ​ຖ້ຳ​ຖືກ​ແບ່ງ​ເປັນຫຼາຍ​ຫ້ອງ​ນ້ອຍ​ໃຫຍ່​ ອັນ​ໄດ້​ສ້າງ​ຄວາມຫຼາກຫຼາຍ​ສີ​ສັນ​ທາງ​ດ້ານ​ທັດ​ຊະ​ນີ​ຍະ​ພາບ. ຕີ​ລາ​ຄາ​ຄວາມ​ງາມ​ຂອງ ​ຖ້ຳ​ຫົວ​ມ້າ, ນັກ​ທ່ອງ​ທ່ຽວ​ຊາວ ຝ​ຣັ່ງ ໃຫ້​ຮູ້​ວ່າ:

“ຖ້ຳນີ້​ໃຫຍ່​ໂຕ​ສວຍ​ງາມ​ດ້ວຍ​ສີ​ສັນ​ສົດ​ໃສ; ລະ​ບົບ​ສີ​ໄຟ​ປະ​ກອບ​ດ້ວຍ​ສີ​ແດງ, ສີ​ສົ້ມ ແລະ ສີ​ຂຽວ ງົດ​ງາມ​ທີ່​ສຸດ. ບັນ​ດາ​ເພື່ອນ​ສາ​ມາດ​ເຫັນ​ແຈ້ງ​ແຕ່​ລະ​ລາຍ​ລະ​ອຽດ​ຂອງ​ນົມ​ຜາ​ຫີນ”.

ເມື່ອ​ໄປ​ຮອດ​ປະ​ຕູ​ຖ້ຳ, ແຂກ​ທ່ອງ​ທ່ຽວ​ຈະ​ເຫັນ​ຖ້ຳ​ທີ່ກວ້າງ​ໃຫຍ່ ດ້ວຍ​ເພ​ດານ​ສູງ​ທີ່​​ສຸດ, ບັນ​ດາ​ກຸ່ມ​ນົມ​ຜາ​ຫີນ​ໄດ້​ທອດ​ລົງ​ປຽບ​ເໝືອນ​ບັນ​ດາ​ແຖບ​ຜ້າ​ໄໝ​ອ່ອນ​ໂຍນ​ຊ້ອນ​ໂຕ​ໃຕ້​ແສງ​ໄຟ​ເຫຼືອງ​ອ່ອນ​ທີ່​ງາມ​ຕາ. ມີ​ກຸ່ມ​ນົມ​ຜາ​ຫີນ​ປຽບ​ເໝືອນ​ຝູງ​ຊ້າງ, ຝູງ ກວາງ ພວມຄ່ອຍໆ​ຍ່າງ​ເຂົ້າ​ໃນ​ບັນ​ຍາ​ກາດ​ທີ່​ງຽບ​ສະ​ງັດ. ມີ​ແຂກ​ທ່ອງ​ທ່ຽວບໍ່​ໜ້ອຍ​ໄດ້​ຖື​ວ່າ ແຫ່ງນີ້​​ປຽບ​ເໝືອນ​ຫໍ​ພິ​ພິ​ທະ​ພັນ​ຮູບ​ແກະ​ຄວັດ​ສະຫຼັກ​ທີ່​ມີ​ຊີ​ວິດ​ແຫ່ງ​ທີ່ບໍ່​ມີ​ສີ​ມື​ຂອງ​ມະ​ນຸດ ແຕ່​ຄວາມ​ປາ​ນີດ​ບັນ​ລຸ​ລະ​ດັບ​ສູງ​ສຸດ. ນາງ ບຸ່ຍ​ທິ​ຮົ່ງ​ແຮັ້ງ ແຂກ​ທ່ອງ​ທ່ຽວ​ມາ​ຈາກ ຮ່າ​ໂນ້ຍ ເປີດ​ເຜີຍ​ວ່າ:

“ຂ້າ​ພ​ະເຈົ້າ​ໄດ້​ຄົ້ນ​ຫາ​ຢ້ຽມ​ຊົມ ຖ້ຳຫຼາຍ​ແຫ່ງ​ແລ້ວ, ແຕ່​ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ ຖ້ຳ​ຫົວ​ມ້າ ແມ່ນ​ຖ້ຳ​ພິ​ເສດ ແລະ ມີ​ຄວາມ​ປະ​ທັບ​ໃຈ. ຢູ່​ໃນ​ຖ້ຳ​ແມ່ນ​ຮາບ​ພຽງ, ທັດ​ຊະ​ນີ​ຍະ​ພາບ​ຢູ່​ທີ່ນີ້​ສາ​ມາດ​ຄົ້ນ​ຫາ​ຢ່າງ​ສະ​ດວກ​ສະ​ບາຍ”.

ອ້າຍ ດັ້ງ​ວັນ​ຄາງ ແຂກ​ທ່ອງ​ທ່ຽວ​ມາ​ຈາກ ຮ່າ​ໂນ້ຍ ໃຫ້​ຂໍ້​ສັງ​ເກດ ເມື່ອ​ມາ​ຄົ້ນ​ຫາ​ ຖ້ຳ​ຫົວ​ມ້າ ວ່າ: ຖ້ຳ​ຫົວ​ມ້າ ນີ້ ແມ່ນ​ຖ້ຳ​ທຳ​ມະ​ຊາດ, ທາງ​ຂຶ້ນ​ຖ້ຳ​ກໍ່​ຍາກ​ພໍ​ສົມ​ຄວນ ຕ້ອງ​ເຂົ້າ​ໄປ​ເລິກ ແລະ ຂຶ້ນ​ສູງ 700 ແມັດ ແຕ່​ກົງ​ກັນ​ຂ້າມ ​ຖ້ຳ​ແ​ຫ່ງນີ້ກໍ່​ມີ​ນົມ​ຜາ​ຫີນ​ທຳ​ມະ​ຊາດຫຼາຍ​ທີ່​ສຸດ ແລະ ມີ​ມາ​ແຕ່​ດົນ​ນານ​ແລ້ວ”. ບໍ່​ພຽງ​ແຕ່​ມີ​ຄວາມ​ປະ​ທັບ​ໃຈ​ຍ້ອນ​ຄວາມ​ງາມ​ທຳ​ມະ​ຊາດ​ເທົ່າ​ນັ້ນ ຖ້ຳ​ຫົວ​ມ້າ ຍັງ​ຕິດ​ພັນ​ກັບ​ເລື່ອງ​ລາວ​ພື້ນ​ເມືອງ​ຂອງ​ພໍ່​ແມ່​ພີ່​ນ້ອງ​ຊາວ​ທ້ອງ​ຖິ່ນ. ເພື່ອ​ອະ​ນຸ​ລັກ ແລະ ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ຂອງ​ຖ້ຳ​ໃນ​ສະ​ພາບ​ການ​ໃໝ່​ນີ້, ຂະ​ແໜງ​ທ່ອງ​ທ່ຽວ​​ແຂວງ ຖາຍງວຽນ ໄດ້ ແລະ ພວມ​ຜັນ​ຂະ​ຫຍາຍຫຼາຍ​ວິ​ທີ​ການ​ແກ້​ໄຂ​ຢ່າ​ງ​ຄົບ​ຊຸດ. ນາງ ຫງວຽ​ນ​ຮົ່ງ​ລຽນ ພະ​ນັກ​ງານ​ສູນ​ຂຸດ​ຄົ້ນ​ສົ່ງ​ເສີມ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ແຂວງ ຖາຍງວຽນ​ ໃຫ້​ຮູ້​ວ່າ:

“ຖ້ຳ​ຫົວ​ມ້າ ໄດ້​ຮັບ​ການ​ຕີ​ລາ​ຄາ​ຈາກ​ແຂກ​ທ່ອງ​ທ່ຽວ​ວ່າ ແມ່ນ​ມີ​ຄວາມ​ງາມ​ທີ່​ສຸດ ແລະ ເປັນ​ສະ​ຖານ​ທີ່​ທຳ​ມະ​ຊາດ​ຢູ່​ເຂດທາງ​ທິດ​ຕາ​ເວັນ​ອອກ​ພາກ​ເໜືອ. ເພື່ອ​ຮັບ​ໃຊ້​ວຽກ​ງານ​ໃຫ້​ແຂກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຊົມ​ທັດ​ສະ​ນະ​ສຶກ​ສາ, ທາງ​ສູນ​ໄດ້​ບູ​ລະ​ນະ​ບໍ​ລິ​ເວນ, ຕິດ​ຕັ້ງ​ລະ​ບົບ​ຕັ່ງ​ນັ່ງ​ພັກ​ຜ່ອນຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ”.

ເລື່ອງ​ນຳ​ ຖ້ຳ​ຫົວ​ມ້າ ເຂົ້າ​ໃນ​ແຜນ​ທີ່​ທ່ອງ​ທ່ຽວ ບໍ່​ພຽງ​ແຕ່​ເພີ່ມ​ຈຳ​ນວນ​ແຂກ​ເທົ່າ​ນັ້ນ ຫາກ​ຍັງ​ສ້າງ​ການ​ຫາ​ເງິນ​ລ້ຽງ​ຊີບ​ໃຫ້​ແກ່​ຊາວ​ທ້ອງ​ຖິ່ນ​ອີກ​ດ້ວຍ. ບັນ​ດາ​ການບ​ໍ​ລິ​ການ​ຮັບ​ໃຊ້​ຢູ່​ຕາມ​ສະ​ຖານ​ທີ່, ຜູ້​ນຳ​ທ່ຽວ​ຊາວ​ທ້ອງ​ຖິ່ນ, ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ​ຊົມ​ພວມ​ສ້າງ​ຂຶ້ນ​ເປັນ​ຮູບ​ປະ​ທຳ ອັນ​ໄດ້​ນຳ​ມາ​ຊຶ່ງ​ແຫຼ່ງ​ລາຍ​ຮັບ​ເປັນ​ປົກ​ກະ​ຕິ. (ເທບ). ຖ້ຳ​ຫົວ​ມ້າ ຈາກ​ເຂດ​ດິນ​ແດນ​ເຄີຍ​ຕິດ​ພັນ​ກັບ​ບັນ​ດາ​ເລື່ອງ​ລາວ​ທີ່​ລຶກ​ລັບ, ປັດ​ຈຸ​ບັນ​ພວມ​ຄ່ອຍໆ​ກາຍ​ເປັນ​ສະ​ຖານ​ທີ່​ພົ້ນ​ເດັ່ນ​ໃນ​ແຜນ​ທີ່​ທ່ອງ​ທ່ຽວ​ຂອງ​ແຂວງ ຖາຍງວຽນ. ແຕ່​ການ​ເດີນ​ທາງ​ທ່ອງ​ທ່ຽວນີ້ ພຽງ​ແຕ່​ມີ​ຄວາມ​ໝັ້ນ​ຄົງ ຂະ​ນະ​ທີ່​ແຕ່​ລະ​ບາດ​ກ້າວ​ເດີນ​ລ້ວນ​ແຕ່​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ຄວາມ​ຮັບ​ຜິດ​ຊອບ​ອະ​ນຸ​ລັກ​ຮັກ​ສາ​ໃຫ້​ດີ.