ຄວາມຄິດຮອດຄິດເຖິງນັ້ນໄດ້ຝາກຝັງໃນ “ບັ້ນເຄື່ອນໄຫວ 500 ວັນ ແລະ ຄືນ ຍູ້ແຮງການຊອກຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່ນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ” ທີ່ພວມໄດ້ຮັບການຜັນຂະຫຍາຍໃນທົ່ວປະເທດ. ຢູ່ ວິຊວຽນ (ແຂວງ ຕວຽນກວາງ), ເຊິ່ງເປັນສະໜາມຮົບອັນດຸເດືອດໃນເມື່ອກ່ອນ, ບັນດາສະມາຊິກໃນທິມງານຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດແຂວງ ຕວຽນກວາງ ພວມຂຸດດິນແຕ່ລະຊັ້ນ, ຫີນແຕ່ລະກ່ອນຢ່າງລະອຽດລະອໍ ແລະ ມິດງຽບ. ດິນແຕ່ລະຊວ້ານທີ່ໄດ້ຂຸດຂຶ້ນແມ່ນຄວາມຫວັງອັນຍິ່ງໃຫຍ່: ນຳອ້າຍກັບຄືນເມືອບ້ານເກີດເມືອງນອນ! ເຊີນທ່ານຕິດຕາມວິວັດທະນາການເຄື່ອນໄຫວຢ່າງມິດງຽບ ແຕ່ເຕັມໄປດ້ວຍຄວາມສັກສິດ: ວິວັດທະນາການຂອງບັນດານັກຮົບຊອກຫາໝູ່ຮ່ວມກົມກອງຢູ່ທ່າມກາງພູຜາປ່າໄມ້, ພູຫີນ ວິຊວຽນ.
(ພາບ: VOV5)
ພາກທີ 1: ແຂ່ງກັບການເວລາ
ໃນດິນແດນ ວິຊວຽນ, ແຂວງ ຕວຽນກວາງ, ໃນປາງສົງຄາມຕໍ່ສູ້ປົກປັກຮັກສາປະເທດຊາດຢູ່ຊາຍແດນທາງທິດເໜືອ ຫວຽດນາມ (1979 – 1989), ມີພະນັກງານ, ນັກຮົບ ແລະ ພໍ່ແມ່ປະຊາຊົນກວ່າ 4.000 ຄົນໄດ້ເສຍສະຫຼະຊີວິດເພື່ອປົກປັກຮັກສາດິນດອນຕອນຫຍ້າຢູ່ທີ່ນີ້. ເຖິງວ່າຫຼາຍສິບປີໄດ້ຜ່ານພົ້ນໄປແລ້ວກໍຕາມ, ແຕ່ຍັງມີອັດຖິຂອງນັບພັນຄົນຍັງຄົງນອນຢູ່ກາງພູ
“ປັດຈຸບັນ, ຂໍ້ມູນກ່ຽວກັບນັກຮົບເສຍສະຫຼະຊີວິດເພື່ອຊາດແລະຂຸມຝັງສົບນັກຮົບເສຍສະຫຼະຊີວິດເພື່ອຊາດນັບມື້ນັບໜ້ອຍລົງ. ຂໍ້ມູນໂດຍບັນດານັກຮົບເກົ່າສະໜອງໃຫ້ນັ້ນຈະບໍ່ມີຄວາມຊັດເຈນຍ້ອນວ່າເຂົາເຈົ້າກໍເຖົ້າແກ່ແລ້ວແລະສົງຄາມກໍໄດ້ຜ່ານພົ້ນໄປຫຼາຍປີແລ້ວ. ສິ່ງດັ່ງກ່າວໄດ້ກໍ່ຄວາມຫຍຸ້ງຍາກຫຼາຍຢ່າງໃຫ້ແກ່ວຽກງານຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ. ຍິ່ງໄປກວ່ານັ້ນ, ຢູ່ສະໜາມຮົບວິຊວຽນ, ວຽກງານຊອກຫາອັດຖິສ່ວນຫຼາຍໄດ້ດຳເນີນຢູ່ບັນດາພູຫີນ, ຮ່ອມຫີນ, ຖ້ຳ. ວຽກງານຊອກຫາຕ້ອງໄດ້ຂຸດຫີນແຕ່ລະແຜ່ນແຕ່ລະກ້ອນ, ສະນັ້ນ, ປະສົບກັບຄວາມຫຍຸ້ງຍາກທີ່ສຸດ”.
ນີ້ແມ່ນຄຳແບ່ງປັນຂອງທ່ານພັນໂທບຸ່ຍຝູວິງ, ຫົວໜ້າການເມືອງທິມງານກອງຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ (ກອງບັນຊາການທະຫານແຂວງຕວຽນກວາງ) ກ່ຽວກັບວິວັດທະນາການຊອກຫາອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ.
ທ່ານຮ້ອຍໂທ ລືວວັນນຽນ, ສະມາຊິກອງຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດໄດ້ແບ່ງປັນຄວາມໃນໃຈສູ່ຟັງວ່າ:
“ພວກຂ້າພະເຈົ້າຮູ້ດີວ່າໃນແຕ່ລະມື້ແຕ່ລະວັນຍາດພີ່ນ້ອງຂອງນັກຮົບເສຍສະຫຼະຊີວິດ ມີຄວາມລໍຄອຍທີ່ສຸດ. ສຳລັບກອງຊອກຫາ, ທ້ອນໂຮມອັດຖິແລ້ວ, ການຊອກຫາອັດຖິນັກຮົບເສຍສະຫຼະຊີວິດໄດ້ຫຼາຍເພື່ອພິສູດ AND ພ້ອມກັບຄອບຄົວ, ຢັ້ງຢືນໄດ້ຊື່ນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດແມ່ນສິ່ງທີ່ພວກຂ້າພະເຈົ້າປາດຖະໜາທີ່ສຸດ”.
ເມື່ອກ້າວເຂົ້າສູ່ບັ້ນເຄື່ອນໄຫວ 500 ວັນແລະຄືນ, ກອງບັນຊາການທະຫານແຂວງຕວຽນກວາງໄດ້ລະດົມກຳລັງແລະພາຫະນະຫຼາຍທີ່ສຸດເທົ່າທີ່ຫຼາຍໄດ້. ທ່ານພັນໂທບຸ່ຍຝຸວິງແບ່ງປັນວ່າ:
“ໄລຍະເວລາ 500 ວັນແລະຄືນສຳລັບກອງຊອກຫາແລະທ້ອນໂຮມອັດຖິແມ່ນຍັງສັ້ນ. ເພື່ອປະຕິບັດສຳເລັດບັ້ນເຄື່ອນໄຫວນີ້, ກອງຂ້າພະເຈົ້າໄດ້ແບ່ງອອກເປັນຫຼາຍໜ່ວຍງານ, ຫຼາຍກຸ່ມເພື່ອດຳເນີນການຊອກຫາຢູ່ບັນດາສະຖານທີ່ທີ່ມີຂໍ້ມູນກ່ຽວກັບນັກຮົບເສຍສະຫຼະຊີວິດເພື່ອຊາອ. ບົນພື້ນຖານນັ້ນ, ຈຶ່ງກຳນົດແລະສະເໜີຕໍ່ຂັ້ນເທິງລະດົມແຫຼ່ງກຳລັງຊອກຫາຕື່ມອີກເພື່ອບັນລຸໄດ້ໝາກຜົນເຊິ່ງບັ້ນເຄື່ອນໄຫວນີ້ວາງອອກ”.
ບໍ່ພຽງແຕ່ມີບັນດານັກຮົບໃນວັນນີ້ເທົ່ານັ້ນ, ນັກຮົບເກົ່າຜູ້ທີ່ເຄີຍຕໍ່ສູ້ຢູ່ວິຊວຽນກໍບໍ່ມີວັນຫຼົງລືມຄວາມຫວັງກ່ຽວກັບຈະຊອກຫາໄດ້ໝູ່ຮ່ວມກົມກອງຂອງຕົນທີ່ຍັງນອນຢູ່ສະໜາມຮົບເກົ່າ.
ພາກທີ 2: ຊອກຫາໝູ່ຮ່ວມກົມກອງຢູ່ພູຫີນແຫຼມນ້ອຍ
40 ກວ່າປີ ພາຍຫຼັງການຕໍ່ສູ້ປົກປັກຮັກສາຊາຍແດນທາງທິດເໜືອ, ບັນດາຜືນປ່າທີ່ໄດ້ປົກຄຸມໄປດ້ວຍຕົ້ນໄມ້ໃບຫຍ້າຂຽວອຸ່ມທຸ່ມໃນວັນນີ້ ເຄີຍເປັນ “ເຕົາປູນແຫ່ງສະຕະວັດ”, ບັນດາຈຸດຄົມມະນາຄົມສຳຄັນຖືໝາຍເລກ 685, 772, 1030 ໃນປາງສົງຄາມຢູ່ດິນແດນວິຊວຽນ. ແຕ່ຢູ່ໃຕ້ບັນດາຂຸມຄອງທີ່ຫັກພັງ, ຢູ່ບັນດາຮ່ອມຫີນແຫຼມນ້ອຍ, ຍັງມີອັດຖິຂອງຊາວ ຫວຽດນາມ ນັບພັນຄົນຕິດຂ້າງຢູ່. ສຳລັບບັນດານັກຮົບໃນກອງຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ກອງບັນຊາການທະຫານແຂວງ ຕວຽນກວາງ ແລ້ວ, ບັ້ນຮົບ 500 ວັນ ແລະ ຄືນ ບໍ່ພຽງແຕ່ເປັນການປະຕິບັດໜ້າທີ່ເທົ່ານັ້ນ, ຫາກຍັງແມ່ນຄຳສັ່ງຈາກຫົວໃຈ: ສືບຕໍ່ວິວັດທະນາການນຳໝູ່ຮ່ວມກົມກອງກັບຄືນເມືອບ້ານເກີດເມືອງນອນ.
ເພື່ອຂຶ້ນເຖິງບັນດາຈຸດສູງຂອງສະໜາມຮົບວິຊວຽນໄດ້, ສະມາຊິກໃນກອງຊອກຫາ, ທ້ອນໂຮມອັດຖິແຕ່ລະຄົນຕ້ອງຍ່າງປ່າເປັນຫຼາຍຊົ່ວໂມງ, ຍ່າງລຽບຕາມຜາຫີນ, ປິນຂັ້ນໄດທີ່ເຮັດດ້ວຍໄມ້ປ່າ. ຝົນຕົກ, ນ້ຳໝອກແລະພູມສັນຖານທີ່ທຸລະກັນດານຍິ່ງເຮັດໃຫ້ບາດກ້າວເດີນຂອງພວກອ້າຍທະຫານເຕັມໄປດ້ວຍຄວາມອັນຕະລາຍ.
ການປ່ຽນແປງຢ່າງຮ້າຍແຮງຂອງດິນຟ້າອາກາດຢູ່ທີ່ນີ້ທັງເປັນສິ່ງທົດສອບເຈດຈຳນົງແລະຄວາມອົດທົນຂອງມະນຸດ. ບັນດາຫ່າຝົນຕົກໜັກເຮັດໃຫ້ດິນແດງໜຽວຕິດແລະໄດ້ປິດບັງສີກະດູກ, ໝາກໝິ່ນ, ລູກລະເບີດທີ່ຍັງບໍ່ທັນແຕກ… ສະນັ້ນວຽກງານຊອກຫາອັດຖິຍິ່ງຫຍຸ້ງຍາກກວ່າຫຼາຍເທົ່າ. ທ່ານຮ້ອຍໂທຮວ່າງງອກທວຽນ, ຜູ້ປະຕິບັດໜ້າທີ່ໂດຍກົງຢູ່ ຈຸດສູງ 400, ແບ່ງປັນວ່າ:
“ຝົນຕົກຍິ່ງເຮັດໃຫ້ພວກຂ້າພະເຈົ້າປະສົບກັບຄວາມຫຍຸ້ງຍາກກວ່າ. ດິນແດງໜຽວຕິດ, ສະນັ້ນ, ການຂຸດເຂ່ຍບໍ່ສາມາດເຮັດໄວໄດ້ແລະຍາກທີ່ຈະພົບເຫັນອັດຖິໄດ້. ແຕ່ອ້າຍນ້ອງຍັງຕັດສິນໃຈເຮັດ, ເພາະວ່າເວລາບໍ່ລໍຖ້າຜູ້ໃດ, ພວກອ້າຍຕ້ອງນອນຢູ່ນີ້ໄປດົນເຕີບແລ້ວ”.
ຢູ່ຫຼາຍສະຖານທີ່, ເຄື່ອງຈັກບໍ່ສາມາດເຂົ້າເຖິງໄດ້, ວຽກງານຊອກຫາອັດຖິບໍ່ພຽງແຕ່ຮຽກຮ້ອງກຳລັງແຮງຄົນເທົ່ານັ້ນຫາກຍັງຕ້ອງມີຄວາມອົດທົນແລະຖະໜອມກະດູກແຕ່ລະຕອນອີກດ້ວຍ. ທ່ານພັນຕີທະຫານວິຊາຊີບຫງວຽນດັງເກື່ອງ, ສະມາຊິກໜ່ວຍ 5 ໄດ້ເຂົ້າຮ່ວມປະຕິບັດໜ້າທີ່ນີ້ເປັນຄັ້ງທຳອິດໃຫ້ຮູ້ວ່າສິ່ງທີ່ຊ່ວຍໃຫ້ອ້າຍຜ່ານຜ່າຈຸດເວລາປະສົບກັບຄວາມອັນຕະລາຍໄດ້ແມ່ນຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ກັບຄົນລຸ້ນພໍ່ລຸ້ນອ້າຍ.
“ພວກຂ້າພະເຈົ້າໄດ້ເຮັດດ້ວຍເຈດຈຳນົງແລະຄວາມເຊື່ອໝັ້ນຕໍ່ຄົນລຸ້ນພໍ່ລຸ້ນອ້າຍ. ດ້ວຍຈິດໃຈຄວາມຕັດສິນໃຈສູງສຸດ, ພະຍາຍາມເຮັດແນວໃດເພື່ອຊອກຫາອັດຖິໄດ້ຫຼາຍທີ່ສຸດເພື່ອນຳພວກລຸງ, ພວກອ່າວກັບຄືນເມືອບ້ານເກີດເມືອງນອນ”.
ສ່ວນສຳລັບອ້າຍຮວ່າງວັນລ່ຽນ, ເຖິງວ່າອາຍຸ 46 ປີແລ້ວກໍຕາມ, ແຕ່ອ້າຍຍັງສະໝັກໃຈເດີນທາງ. ຜູ້ຊາຍທີ່ເຄີຍຜ່ານຜ່າຄວາມຫຍຸ້ງຍາກລຳບາກຄົນນີ້ໄດ້ສາມາດກັ້ນນ້ຳຕາໄວ້ໄດ້ເມື່ອຫວນຄືນຈຸດເວລາທຳອິດຈັບໃສ່ກະດູກຂອງນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ໃຕ້ແຜ່ນດິນຊັ້ນຫີນທີ່ໜາວເຢັນ. ອ້າຍລ່ຽນແບ່ງປັນວ່າ:
“ເມື່ອພົບເຫັນມີກະດູກຫຼືມີສ່ວນໜຶ່ງອັດຖິຂອງພວກລຸງ, ພວກອ່າວນັ້ນ, ພວກຂ້າພະເຈົ້າຕື້ນຕັ້ນໃຈທີ່ສຸດ. ເຖິງວ່າເຫັນອັດຖິຂອງພວກລຸງຍັງເຫຼືອຕອນກະດູກເຖິງວ່າໜ້ອຍໜຶ່ງກໍຕາມ, ອ້າຍນ້ອງພວກຂ້າພະເຈົ້າກໍພະຍາຍາມຊອກຢ່າງລະອຽດລະອໍດ້ວຍຄວາມປາດຖະໜາຈະບໍ່ໃຫ້ພາດກະດູກຈັກຕອນ”.
ຄວາມອັນຕະລາຍບໍ່ພຽງແຕ່ມາຈາກພູຫີນຫຼືອາກາດເທົ່ານັ້ນ, ຫາກຍັງມີໝາກໝິ່ນ, ລູກລະເບີດນັບພັນລູກທີເຫຼືອໄວ້ຍັງບໍ່ທັນແຕກ. ດັ່ງນັ້ນ, ທິດນຳອັນລຸລ່ວງຂອງກອງຊອກຫາແລະທ້ອນໂຮມອັດຖິແມ່ນ “ເກັບກູ້ລະເບີດຮອດໃສ, ຊອກຫາຮອດນັ້ນ”.
ຢູ່ຈຸດສູງ 400, ເຊິ່ງແມ່ນຈຸດໄຂວ່ກັນທີ່ສຳຄັນ ແລະ ດຸເດືອດຢູ່ສະໜາມຮົບ ວິຊວຽນ ເມື່ອກ່ອນນີ້, ພາຍຫຼັງທີ່ໄດ້ຂຸດເອົາດິນແຕ່ລະຕອນ ແລະ ປິ້ນຫີນແຕ່ລະໂງ່ນຂຶ້ນເປັນເວລາສອງອາທິດ ດ້ວຍຄວາມມານະອົດທົນ, ຄວາມມ່ວນຊື່ນໄດ້ມາສູ່ກອງທ້ອນໂຮມຂະນະທີ່ໄດ້ພົບເຫັນອັດຖິຊຸດໜຶ່ງ ພາຍຫຼັງເກືອບເຄິ່ງສະຕະວັດທີ່ພວມນອນຢູ່ທ່າມກາງພູຫີນ. ຮ້ອຍໂທ ຮວ່າງຫງອກຕວຽນ ເປີດເຜີຍວ່າ:
“ຄາວນັ້ນພວກເຮົາສຶກດີໃຈທີ່ສຸດ. ຂ້າພະເຈົ້າແມ່ນຜູ້ຊອກເຫັນໂດຍກົງ ຫຼັງຈາກນັ້ນພວກອ້າຍນ້ອງພ້ອມກັນເຂົ້າເບິ່ງ ເພື່ອພິຈາລະນາ ແລະ ຢັ້ງຢືນ. ອ້າຍນ້ອງກໍ່ດີໃຈຄືໄດ້ຮັບກຳລັງແຮງຕື່ມອີກ. ເຖິງວ່າອາກາດກໍ່ມີມື້ແດດມື້ຝົນກໍ່ຕາມ ແຕ່ທຸກໆຄົນກໍ່ຕັດສິນໃຈເຮັດຫຼ້ອນໜ້າທີ່ເປັນຢ່າງດີ”.
ຮ້ອຍໂທ ລິວວັນນຽມ ສັງກັດກອງທ້ອນໂຮມອັດຖິ ແບ່ງປັນວ່າ ບັນດາອັດຖິຂອງທະຫານເສຍສະຫຼະຊີວິດແຫ່ງຊາດທີ່ໄດ້ຊອກເຫັນນັ້ນ ເຖິງວ່າບໍ່ສົມບູນກໍ່ຕາມ ແຕ່ທັງໝົດກໍ່ລ້ວນແຕ່ໄດ້ຮັບການຖະໜຸຖະໜອນປຽບເໝືອນຂອງປະເສີດ. ທັງໝົດຖືກຫຸ້ມຫໍ່ໃນຜ້າແດງ ແລະ ຖືກປົກດ້ວຍທຸງແດງດາວຄຳ.
“ເມື່ອຄົ້ນພົບເຫັນອັດຖິ, ພວກຂ້າພະເຈົ້າຈະແຕ່ງຕັ້ງສະຫາຍເປັນຕົວແທນຄົນໜຶ່ງເພື່ອທຳພິທີເອີ້ນຂວັນຂອງນັກຮົບເສຍສະຫຼະຊີວິດຄົນນັ້ນ. ເມື່ອທຳພິທີທັງບໍລິເວນມິດງຽບ, ພວກຂ້າພະເຈົ້າກໍ່ສະແດງຄວາມເຄົານັບຖືຕໍ່ດວງວິນຍານຂອງທະຫານເສຍສະຫຼະຊີວິດເພື່ອຊາດ”.
ໃນແຕ່ລະວັນຢູ່ຕາມເນີນພູຫີນ ວິຊວຽນ, ກອງທ້ອນໂຮມອັດຖິຍັງຄົງເຄື່ອນໄຫວ. ສຳລັບເຂົາເຈົ້າແລ້ວການນຳເພື່ອນຮ່ວມກົມກອງກັບເມືອບ້ານ ບໍ່ພຽງແຕ່ແມ່ນການເຮັດຫຼ້ອນໜ້າທີ່ເທົ່ານັ້ນ ຫາກຍັງແມ່ນວິທີເພື່ອໃຫ້ລຸ້ນຄົນໃນປັດຈຸບັນຮັກສາຄຳໝັ້ນໝາຍຕໍ່ບັນດາຜູ້ທີ່ໄດ້ເສຍສະຫຼະຊີວິດ ເພື່ອຄວາມສະຫງົບສຸກຂອງປະເທດຊາດ
ພາກທີ 3 ການເຄື່ອນໄຫວໃນເດືອນ 7.
ເດືອນກໍລະກົດ ຢູ່ ວິຊວຽນ ລົດແຕ່ລະຂະບວນຢູ່ເຂດທົ່ງພຽງຕິດຕໍ່ກັນບັນທຸກນັກຮົບເກົ່າຂຶ້ນສູ່ເຂດຊາຍແດນ. ລົດແຕ່ລະຄັນກໍ່ລ້ວນແຕ່ແຂວນແຖບຜ້າດ້ວຍຕົວໜັງສື: ກັບຄືນຢ້ຽມຢາມສະໜາມຮົບເກົາ. ແລະ ວັນທີ 12 ກໍລະກົດ ກໍ່ແມ່ນວັນໄຫວ້ບູຊາຕໍ່ບັນດານັກຮົບຢູ່ສະໜາມຮົບເຂດພູຜາປ່າໄມ້ ວິຊວຽນ ກໍ່ໄດ້ເປີດໃຈຕ້ອນຮັບພວກລູກໄດ້ກັບຄືນມາ ເພື່ອໃຫ້ຜູ້ພວມມີຊີວິດຊອກຫາຜູ້ທີ່ໄດ້ລ່ວງຫຼັບໄປ ແລະ ຜູ້ທີ່ໄດ້ລ່ວງຫຼັບໄປລໍຖ້າມື້ເອີ້ນຊື່”.
ໃນຂະບວນຄົນໄປຖວາຍດອກໄມ້ຈູດທູບທຽນບູຊາຢູ່ເຂດສຸສານ, ມີນັກຮົບເກົ່າຫຼາຍຄົນທີ່ຜົນໄດ້ຫງອກແລ້ວ, ສຸຂະພາບຍັງບໍ່ແຂງແຮງອີກ ແຕ່ສຳລັບເຂົາເຈົ້າແລ້ວເດືອນ ກໍລະກົດ ກໍ່ແມ່ນການນັດພົບທີ່ສັກກາລະບູຊາຕໍ່ເພື່ອນຮ່ວມກົມກອງທີ່ນອນຢູ່ບ່ອນໃດບ່ອນໜຶ່ງທີ່ເຂດພູຜາປ່າໄມ້ ວິຊວຽນ. ທ່ານ ຫານດິງຫງື ເຊິ່ງແມ່ນທະຫານພິເສດ ແບ່ງປັນວ່າ:
“ແຕ່ລະປີພວກຂ້າພະເຈົ້າກໍ່ຍັງໄປຈູດທູບທຽນບູຊາອາໄລຫາບັນດາເພື່ອນຮ່ວມກົມກອງທີ່ພ້ອມກັນສູ້ຮົບຢູ່ທີ່ນີ້. ມີບັນດາສະຫາຍຍັງບໍ່ທັນຮູ້ບ້ານເກີດເມືອງນອນ ແລະ ຄອບຄົວຄືແນວໃດກໍ່ຍັງຄົງນອນຢູ່ຕາມຜາຫີນ ປີໃດເຮົາບໍ່ໄປ ເຮົາກໍ່ຮູ້ສຶກວ່າມີຄວາມຜິດຕໍ່ເພື່ອນຮ່ວມກົມກອງ”.
ນັກຮົບເກົ່າ ຫງວຽນວັນກາ ສັງກັດກອງພົນ 356 ໄດ້ຫວນຄືນກ່ຽວກັບການບຸກໂຈມຕີໃນຄ່ຳຄຶນວັນທີ 11 ເດືອນ ກໍລະກົດ ຢູ່ຈຸດສູງ 685 ວ່າ:
“ການບຸກໂຈມຕີໃນຄ່ຳຄືນວັນທີ 11 ກໍລະກົດ ນັ້ນ, ຢູ່ກົມກອງອ້ອມຂ້າງກໍ່ມີຫຼາຍຄົນເສຍສະຫຼະຊີວິດ. ຍັງມີຫຼາຍຄົນເສຍສະຫຼະຊີວິດ ປັດຈຸບັນຍັງບໍ່ທັນຊອກເຫັນຊາກກະດູກ”.
ທ່ານ ດິງດຶກລອງ ນັກຮົບສັງກັດກອງພົນ 313 ແຕ່ລະປີກໍຍັງໄປ ວິຊວຽນ ນັບ 10 ຄັ້ງ ຜ່ານຫ້ວຍຂຶ້ນພູ ເພື່ອພາທາງໃຫ້ກອງທ້ອນໂຮມນຳເພື່ອນຮ່ວມກົມກອງກວ່າ 10 ຄົນ ກັບຄືນສູ່ບ້ານ. ທ່ານ ລອງ ໃຫ້ຮູ້ວ່າ:
“ແຕ່ລະເທື່ອເມື່ອໄດ້ມານີ້ ຂ້າພະເຈົ້າກໍ່ສະເທືອນໃຈ ຄິດຮອດອ້າຍນ້ອງຫຼາຍ. ເພື່ອນຮ່ວມກົມກອງຂອງຂ້າພະເຈົ້າຍັງນອນກະແຈກກະຈາຍຢູ່ເຂດຊາຍແດນ. ຫຼາຍກວ່າ 2.000 ສະຫາຍອີກຍັງບໍ່ທັນຊອກເຫັນຊາກກະດູກ. ພວກຂ້າພະເຈົ້າ ແມ່ນບັນດາຜູ້ໄດ້ມີຊີວິດ ແລະ ສູ້ຮົບຈຶ່ງສາມາດໄດ້ຮູ້ເຖິງພວກອ້າຍພວມນອນຢູ່ໃສ”.
ມີຫຼາຍຊາກກະດູກ ແລະ ວັດຖຸໄດ້ຊອກເຫັນ ແຕ່ຢູ່ທາງໜ້າຍັງຄົງມີນັກຮົບນັບ 1.000 ຄົນທີ່ໄດ້ເສຍສະຫຼະຊີວິດຍັງພວມລໍຖ້າຖືກເອີ້ນຊື່ໃນທ່າມກາງເຂດພູຫີນຊາຍແດນ. ບັນຮົບ 500 ວັນ ແລະ ຄືນ ຫາກໍ່ເດີນໄປ 1/5 ໄລຍະທາງ ແລະ ເຂົາເຈົ້າໄດ້ເວົ້າກັບພວກຂ້າພະເຈົ້າວ່າ ເຂົາເຈົ້າຈະບໍ່ຢຸດຈົນເຖິງພວກທະຫານເສຍສະຫຼະຊີວິດຄົນສຸດທ້າຍຖືກນຳກັບເມືອບ້ານ.








