VOV WorldVOV World
ສະພາບນ້ຳຖ້ວມຢູ່ຈີນ ແລະ ບັນຫາຄຸ້ມຄອງແຫຼ່ງນ້ຳຢູ່ຍອດແມ່ນ້ຳ
17/07/2020 09:00
(VOVWORLD) -ສະພາບນ້ຳຖ້ວມຢູ່ຈີນ ໄດ້ກໍ່ຄວາມເສຍຫາຍຢ່າງໃຫຍ່ຫຼວງ, ຮ້າຍແຮງເຖິງການດຳລົງຊີວິດຂອງປະຊາຊົນນັບຮ້ອຍລ້ານຄົນຢູ່ທາງພາກໃຕ້ປະເທດນີ້.
ສະພາບນ້ຳຖ້ວມຢູ່ຈີນ ແລະ ບັນຫາຄຸ້ມຄອງແຫຼ່ງນ້ຳຢູ່ຍອດແມ່ນ້ຳ
ຄຽງຂ້າງບັນດາປັດໃຈຈາກການປ່ຽນແປງຂອງດິນຟ້າອາກາດແລ້ວ, ວົງການນັກຊ່ຽວຊານສາກົນຍັງໄດ້ຍົກອອກບັນດາຄຳໄຈ້ແຍກ, ຂໍ້ສັງເກດທີ່ແຕກຕ່າງກັນທີ່ກ່ຽວຂ້ອງເຖິງປະສິດທິຜົນ ກໍຄືບັນຫາຄຸ້ມຄອງແຫຼ່ງນ້ຳຈາກບັນດາເຂື່ອນໄຟຟ້ານ້ຳຕົກ ທີ່ກໍ່ສ້າງຢູ່ເຂດຍອດນ້ຳໃນການປ້ອງກັນ, ຕ້ານນ້ຳຖ້ວມ.         ຕາມຂໍ້ມູນຈາກລັດຖະບານຈີນ ແລ້ວ, ຝົນຕົກ, ນ້ຳຖ້ວມໄດ້ເກີດຂຶ້ນໃນບໍລິເວນກວ້າງຢູ່ທາງພາກກາງ ແລະ ທາງທິດຕາເວັນອອກຂອງປະເທດນີ້ ມາຮອດປະຈຸບັນໄດ້ເຮັດໃຫ້ປະຊາຊົນກວ່າ 140 ຄົນເສຍຊີວິດ, ສົ່ງຜົນສະທ້ອນເຖິງປະຊາຊົນ 38 ລ້ານຄົນ ແລະ ທຳລາຍເຮືອນຊານ 28.000 ຫຼັງ. ນ້ຳຖ້ວມບໍ່ພຽງແຕ່ກໍ່ຄວາມເສຍຫາຍຢ່າງໜັກໜ່ວງຕໍ່ລະບົບຄັນຄູຢູ່ແມ່ນ້ຳ ຈາງແຢງ (ແຍງຊື) ຢູ່ທາງພາກໃຕ້ເທົ່ານັ້ນ, ຫາກຍັງນາບຂູ່ເຖິງລະບົບແມ່ນ້ຳ ຂວາງເຄືອ ແລະ ບັນດາແຂວງທາງພາກເໜືອອີກດ້ວຍ.
TAG
VOV/VOVworld/​ປ້ອງ​ກັນ/ຕ້ານໄພ​ນ້ຳ​ຖ້ວມ

More