(VOVWORLD) - ໂດຍໄດ້ຮັບການມອບສິດຂອງປະທານປະເທດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ, ປະທານປະເທດແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ, ເຈົ້າຊີວິດກຳປູເຈຍ, ຕອນເຊົ້າວັນທີ 20 ທັນວາ, ທີ່ ນະຄອນຫຼວງຮ່າໂນ້ຍ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ສົມທົບກັບກະຊວງປ້ອງກັນປະເທດລາວ, ກະຊວງປ້ອງກັນປະເທດກຳປູເຈຍຈັດຕັ້ງພິທີມອບ-ຮັບຫຼຽນໄຊຂອງປະເທດຫວຽດນາມ, ປະເທດລາວແລະລາຊະອານາຈັກກຳປູເຈຍ.