logo
ບາດ​ກ້າວ​ຍຸດ​ທະ​ສາດ​ໃນ​ສະ​ພາບ​ການ​​ຜັນ​ແປ​ທົ່ວ​ໂລກ
(VOVWORLD) - ການຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການຂອງ ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໃນລະຫວ່າງວັນທີ 22 – 25 ມີນາມ ຕ...






22/10/2025
ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ
(VOVWORLD) - “ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.


20/10/2025
ສ້າງທ່ວງ​ທ່າ​ເພື່ອ​ໃຫ້​ປະ​ເທດ​ຊາດ​ກ້າວ​ເຂົ້າ​ສູ່​ສັງ​ກາດ​ໃໝ່
(VOVWORLD) -   ເມື່ອສະເໜີບົດລາຍງານລັດຖະບານຢູ່ວາລະໄຂກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 20 ຕຸລາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ ໃນສະພາບການມີຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ, ເລື່ອງຜັນຂະຫຍາຍປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ປີ 2025 ແລະ ແຜນການ 5 ປີ 2021  2025 ຍັງສາມາດບັນລຸໄດ້ຫຼາຍໝາກຜົນທີ່ຕັ້ງໜ້າ. ບົນພື້ນຖານບັນດາໝາກຜົນທີ່ບັນລຸໄດ້, ລັດຖະບານ ຫວຽດນາມ ສືບຕໍ່ມີຄວາມຕັດສິນໃຈສູງກວ່າ, ມານະພະຍາຍາມຫຼາຍກວ່າເພື່ອປະຕິບັດສຳເລັດບັນດາເປົ້າໝາຍເສດຖະກິດ - ສັງຄົມປີ 2025 ແລະ ໄລຍະ 2026  2030.


16/10/2025
ເພື່ອຄວາມ​ປອດ​ໄພ​ ແລະ ຍືນ​ຍົງ​ທາງ​ໄຊ​ເບີ
(VOVWORLD) - ຢູ່ ຫວຽດນາມ, ການສ້າງ ແລະ ປັບປຸງຂອບນິຕິກຳໃໝ່ໃຫ້ສົມບູນແບບ ເພື່ອຄຸ້ມຄອງ, ດັດປັບ ແລະ ປ້ອງກັນຄວາມໝັ້ນຄົງທາງໄຊເບີນັ້ນ ແມ່ນຄວາມຮຽກຮ້ອງທີ່ຈຳເປັນ, ແນໃສ່ມຸ່ງໄປເຖິງສະພາບແວດລ້ອມດີຈີຕອນທີ່ປອດໄພ, ໂປ່ງໃສເຂັ້ມແຂງ ແລະ ຍືນຍົງ. ໃນສະພາບການຫັນເປັນໂລກາພິວັດ ແລະ ຫັນເປັນດີຈີຕອນ, ໄຊເບີບໍ່ມີພົມແດນ, ໄປຄຽງຄູ່ກັບການປັບປຸງຂອບກົດໝາຍໃຫ້ສົມບູນແບບຢູ່ພາຍໃນປະເທດ, ຫວຽດນາມ ໄດ້ເປີດກວ້າງການຮ່ວມມືສາກົນຢ່າງບໍ່ຢຸດຢັ້ງ, ປະກອບສ່ວນສ້າງກົດສາກົນວ່າດ້ວຍໄຊເບີ, ອີງໃສ່ຫຼັກການເຄົາລົບອະທິປະໄຕ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ.

15/10/2025
ຢັ້ງ​ຢຶນ​ບົດ​ບາດ, ​ທີ່​ຕັ້ງ ແລະ ອິດ​ທິ​ພົນ​ຊື່​ສຽງ ສາ​ກົນ ນັບ​ມື້​ນັບ​ສູງ​ຂອງ ຫວຽດ​ນາມ
(VOVWORLD) - ວັນທີ 14 ຕຸລາ ຕາມເວລາທ້ອງຖິ່ນ, ຢູ່ສຳນັກງານ ສປຊ ຢູ່ນິວຢອກ ອາເມລິກາ, ກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 80 ໄດ້ເລືອກຕັ້ງບັນດາສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2026 – 2028, ໃນນັ້ນ ຫວຽດນາມ ໄດ້ຮັບການເລືອກຕັ້ງຄືນໃໝ່ດຳລົງຕຳແໜ່ງນີ້ດ້ວຍບັດສະໜັບສະໜູນສູງທີ່ສຸດ ໃນບັນດາຜູ້ອອກສະໝັກຮັບເລືອກຕັ້ງ ຕາງໜ້າໃຫ້ພາກພື້ນ ອາຊີ - ປາຊີຟິກ. ນີ້ແມ່ນຂີດໝາຍປະຫວັດສາດ, ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຂອງ ສປຊ ແລະ ປະຊາຄົມສາກົນ ຕໍ່ທີ່ຕັ້ງບົດບາດ, ອິດທິພົນຊື່ສຽງ ກໍ່ຄືບັນດາການປະກອບສ່ວນຢ່າງແທ້ຈິງຂອງ ຫວຽດນາມ ໃນການຊຸກຍູ້ ແລະ ປົກປ້ອງສິດທິມະນຸດ, ສືບຕໍ່ຢັ້ງຢືນຖານະບົດບາດ ຫວຽດນາມ ໃນວິວັດການຮ່ວມມືຫຼາຍຝ່າຍ.


VIDEO
radio
Emisiones de la semana
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ