ອາເມລິກາ ຈະຫຼຸດກໍາລັງທະຫານຂອງປະເທດນີ້ຢູ່ ອີຣັກ ລົງ ແຕ່ 5.200 ຄົນ ລົງເຫຼືອ 3.000 ຄົນ ໃນເດືອນກັນຍານີ້ (ພາບ: AFP/TTXVN)

ກ່າວຄໍາເຫັນໃນການເດີນທາງໄປຍັງ ອີຣັກ, ນາຍພົນ Frank McKenzie ຜູ້ບັນຊາການກອງບັນຊາການສູນກາງ ອາເມລິກາ ຖະແຫຼງວ່າ: “ພວກຂ້າພະເຈົ້າພວມສືບຕໍ່ເປີດກວ້າງບັນດາໂຄງການພັດທະນາກໍາລັງຄວາມສາມາດຂອງຄູ່ຮ່ວມມື ເພື່ອແນໃສ່ໜູນຊ່ວຍບັນດາກໍາລັງ ອີຣັກ ແລະ ພວກຂ້າພະເຈົ້າຂໍຫຼຸດກໍາລັງທະຫານທີ່ມີໜ້າຢູ່ອີຣັກ ລົງ”.