ງານບຸນຍິງບັ້ງໄຟດອກສາກົນ ນະຄອນ ດ່າໜັງ ປີ 2026 (DIFF 2026) ດ້ວຍຫົວຂໍ້ “ດ່າໜັງ - ບ່ອນທີ່ບັນດາປະເທດເຊື່ອມຕໍ່ກັນ” ຖືກໄຂຂຶ້ນໃນຕອນຄ່ຳວັນທີ 30 ພຶດສະພາ, ຢູ່ນະຄອນ ດ່າໜັງ, ໂດຍເຕົ້າໂຮມ 10 ທິມ ມາຈາກ 8 ປະເທດ ແລະ ເຂດແຄວ້ນ ລວມມີ: ຫວຽດນາມ, ຈີນ, ອີຕາລີ, ເຢຍລະມັນ, ປອັກຕຸຍການ, ຝລັ່ງ, ຍີ່ປຸ່ນ , ມາເກົາ (ຈີນ) ແລະ ອົດສະຕາລີ.
ເມື່ອກ່າວຄຳເຫັນໄຂງານບຸນ, ທ່ານປະທານຄະນະກຳມະການນະຄອນ ດ່າໜັງ ຫງວຽນແມ້ງຮຸ່ງ ໄດ້ເນັ້ນໜັ້ກວ່າ ຫົວຂໍ້ງານບຸນຍິງບັ້ງໄຟດອກປີ 2026 ແມ່ນການສະແດງໃຫ້ເຫັນຄວາມປາດຖະໜາກ່ຽວກັບພາບພົດຂອງນະຄອນ ດ່າໜັງ ທີ່ຂະຫຍັນຂັນເຄື່ອນ, ບ່ອນເຊື່ອມຕໍ່ວັດທະນະທຳ, ການທ່ອງທ່ຽວ, ປະດິດຄິດສ້າງ ແລະ ການຮ່ວມມືສາກົນ. ກ້າວເຂົ້າສູ່ລະດູງານບຸນຄັ້ງທີ 14, ງານບຸນຍິງບັ້ງໄຟດອກສາກົນ ນະຄອນ ດ່າໜັງ ຖືກວາລະສານທ່ອງທ່ຽວທີ່ມີຊື່ສຽງ Travel + Leisure ຄັດເລືອກເປັນໜຶ່ງໃນ 9 ງານບຸນລະດູຮ້ອນ ທີ່ໜ້າຮັບຊົມທີ່ສຸດໃນໂລກ.






