ໃນການຕ້ອນຮັບ, ສອງຝ່າຍຕີລາຄາສູງເລື່ອງປະຕິບັດຖືກຕ້ອງຕາມຄວາມຄືບໜ້າລາຍການເຄື່ອນໄຫວຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໄລຍະ 2024 – 2027 ໃນບັນດາຂົງເຂດ; ເຫັນດີສືບຕໍ່ເຮັດໃຫ້ເສົາຄ້ຳຮ່ວມມືເສດຖະກິດເລິກເຊິ່ງຂຶ້ນຕື່ມ; ສູ້ຊົນຫັນເປົ້າໝາຍນຳວົງເງິນການຄ້າສອງຝ່າຍບັນລຸໄດ້ 20 ຕື້ USD ໃຫ້ປະກົດຜົນເປັນຈິງ. ສອງຝ່າຍກໍເຫັນດີເປີດກວ້າງການຮ່ວມມືໃນບັນດາຂົງເຂດເຕັກໂນໂລຢີ, ບໍ່ແຮ່ຍຸດທະສາດ, ເສດຖະກິດດີຈີຕອນ ແລະ ບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນບັນດາເວທີປາໄສພາກພື້ນ ແລະ ສາກົນ, ຮັກສາບົດບາດເປັນໃຈກາງຂອງ ອາຊຽນ, ປະກອບສ່ວນຊຸກຍູ້ການເຈລະຈາ, ການຮ່ວມມື, ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ.






