ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ສິງກະໂປ ພ້ອມກັບທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ, ຕອນເຊົ້າວັນທີ 30 ພຶດສະພາ, ທ່ານນາລ ໂງເຟືອງລີ, ພັນລະຍາຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມໄດ້ໄປຢ້ຽມຢາມຄູອາຈານ, ນັກຮຽນຂອງຫ້ອງຮຽນພາສາ ຫວຽດ ລາກຮົ່ງ. ເນື່ອງໃນໂອກາດນີ້, ທ່ານນາງ ໂງເຟືອງລີ ໄດ້ມອບຕູ້ປຶ້ມພາສາ ຫວຽດ ແລະ ພາສາ ຫວຽດ - ອັງກິດກ່ຽວກັບວັດທະນະທຳ, ປະຫວັດສາດ ແລະ ປຶ້ມພາສາ ຫວຽດ ຈຳນວນ 100 ເຫຼັ້ມ.
ກໍໃນຕອນບ່າຍຂອງວັນດຽວກັນ, ທ່ານນາງ ໂງເຟືອງລີ ພ້ອມດ້ວຍທ່ານນາງ Loo Tze Lui, ພັນລະຍາຂອງທ່ານນາຍົກລັດຖະມົນຕີ ສິງກະໂປ Lawrence Wong, ໄປຢ້ຽມຢາມ Temasek Shophouse, ສູນສ້າງຜົນກະທົບສັງຄົມຂອງ ສິງກະໂປ ແລະ ເຂົ້າຮ່ວມງານດື່ມນ້ຳຊາ.
ກ່ອນໜ້ານັ້ນ, ຕອນບ່າຍວັນທີ 29 ພຶດສະພາ, ທ່ານນາງ ໂງເຟືອງລີ ໄດ້ພົບປະກັບທ່ານນາງ Jane Ittogi, ພັນລະຍາທ່ານປະທານາທິບໍດີ ສິງກະໂປ Tharman Shanmugaratnam, ຢູ່ຫໍພິພິທະພັນ Peranakan, ເຂດວັດທະນະທຳທີ່ເປັນເອກະລັກແຖວໜ້າຂອງ ສິງກະໂປ.






