ໃນ​ຖະ​ແຫຼງ​ການ​ທີ່​ໄດ້​ຍົກ​ອອກ​ມາ​ພາຍຫຼັງ​ກອງ​ປະ​ຊຸມ​ຢູ່ ເບີ​ລິນ, ເຢຍ​ລະ​ມັນ, ບັນ​ດາ​ລັດ​ຖະ​ມົນ​ຕີ​ກະ​ຊວງ ການ​ເງິນ​ຂອງ ເຢຍ​ລະ​ມັນ, ຝ​ລັ່ງ, ອີ​ຕາ​ລີ, ໂຮນ​ລັງ, ໂປ​ໂລຍ ແລະ ແອັດ​ສະ​ປາຍ, ຍັງ​ເອີ້ນ​ວ່າກຸ່ມ “E6” ໃຫ້​ຮູ້​ວ່າ ບັນ​ດາ​ປະ​ເທດ​ນີ້ ສະ​ໜັບ​ສະ​ໜູນ​ເລື່ອງມອບ​ໂອນ​ຄວາມ​ຮັບ​ຜິດ​ຊອບ​ຕິດ​ຕາມກວດ​ກາ​ໃຫ້​ແກ່​ອົງ​ການ​ຕິດ​ຕາມກວດ​ກາ​ການ​ຕະຫຼາດ ແລະ ອະ​ສັງ​ຫາ​ລິ​ມະ​ຊັບ ເອີ​ຣົບ ທີ່​ມີ​ສຳ​ນັກ​ງານ​ຕັ້ງ​ຢູ່ ປາ​ຣີ, ຝ​ລັ່ງ. ເຖິງ​ຢ່າງ​ໃດ​ກໍ​ຕາມ ບາງ​ພື້ນ​ຖານ​ເສດ​ຖະ​ກິດ​ຂະ​ໜາດ​ໜ້ອຍກວ່າ ຂຶ້ນ​ກັບ EU ຄື ອຽກ​ລັງ ແລະ ລຸກ​ຊຳ​ບວກ ພັດ​ຊັ່ງ​ຊາ​ຕໍ່​ຂໍ້​ສະ​ເໜີ​ດັ່ງ​ກ່າວ.

ໃນ​ຖະ​ແຫຼງ​ການ​ຮ່ວມ, ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ເງິນ E6 ເນັ້ນ​ໜັກ​ວ່າ ບັນ​ດາ​ຂໍ​້​ສະ​ເໜີ​ທີ່​ກ່ຽວ​ຂ້ອງ​ເຖິງ​ຢ່າງ​ການ​ຕິດ​ຕາມກວດ​ກາ​ຕະຫຼາດ ແລະ ບາງ​ຂົງ​ເຂດ​ທີ່​ແຕກ​ຕ່າງ​ກັນ ແນ​ໃສ່​ປະ​ກອບ​ສ່ວນ​ມຸ່ງ​ໄປ​ເຖິງ “ສ​ະ​ຫະ​ພັນ​ປະ​ຢັດ ແລະ ການ​ລົງ​ທຶນ​ທີ່​ແທດ​ຈິງ”. ຖະ​ແຫຼງ​ການ​ກໍ​ໃຫ້​ຮູ້​ວ່າ ບັນ​ດາ​ຝ່າຍ​ໄດ້​ມາ​ນະ​ພະ​ຍາ​ຍາມ​ຊອກ​ຫາ​ການ​ປະ​ນິ​ປະ​ນອມ​ທີ່​ດຸ່ນ​ດ່ຽງ ດ້ວຍ​ການ​ສ່ອງ​ແສງຫຼັກ​ໝັ້ນ​ຂອງ​ກຸ່ມ E6 ແລະ ອາດ​ຈະ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ບັນ​ດາ​ວາ​ລະ​ປຶກ​ສາ​ຫາ​ລື​ຕໍ່​ໄປ​ໃນ​ສະ​ພາ​ເອີ​ຣົບ.