ວັນທີ 6 ພະຈິກ 1979, ເຂື່ອນໄຟຟ້າ ຮວ່າບິ່ງ ໄດ້ຮັບການເລີ່ມລົງມືກໍ່ສ້າງຢ່າງເປັນທາງການຢູ່ແມ່ນ້ຳ ດາ - ເຊິ່ງແມ່ນແມ່ນ້ຳທີ່ມີຊື່ສຽງດ້ວຍບັນດາກະແສນ້ຳທີ່ໄຫຼແຮງທີ່ສຸດໃນ ອາຊີຕາເວັນອອກສ່ຽງໃຕ້.
ໂດຍຜ່ານໄລຍະເວລາກວ່າ 30 ປີ ນັບແຕ່ມື້ເປີດນຳໃຊ້, ກິດຈະກຳເຂື່ອນໄຟຟ້າໃຕ້ດິນໃຫຍ່ທີ່ສຸດຢູ່ ອາຊີຕາເວັນອອກສ່ຽງໃຕ້ ໃນສະຕະວັດທີ 20 ຍັງຄົງຕັ້ງສະຫງ່າຢູ່ກາງແມ່ນ້ຳ.
ກິດຈະກຳເຂື່ອນໄຟຟ້ານ້ຳຕົກ ບໍ່ພຽງແຕ່ສະໜອງໄຟຟ້າເທົ່ານັ້ນ, ຫາກຍັງສວມບົດບາດສຳຄັນໃນການດັດສົມນ້ຳຖ້ວມໃຫ້ເຂດຕອນລຸ່ມຂອງແມ່ນ້ຳ, ສະໜອງນ້ຳຫົດໃຫ້ເນື້ອທີ່ປູກຝັງເຂດທົ່ງພຽງພາກເໜືອ ຫວຽດນາມ ກວ່າ 70% ແລະ ປົວແປງຄົມມະນາຄົມທາງນ້ຳ.
ວັນທີ 25 ພຶດສະພາ ປີ 2021, ເຂື່ອນໄຟຟ້ານ້ຳຕົກ ຮວ່າບິ່ງ ບັນລຸສະມັດຕະພາບໄຟຟ້າຜະລິດ 250 ຕື້ kWh, ກຳລັງສະມັດຕະພາບໃຫຍ່ສຸດຢູ່ ອາຊີຕາເວັນອອກສ່ຽງໃຕ້ ໃນຄາວນັ້ນ, ປະກອບສ່ວນສຳຄັນເຂົ້າໃນການຮັບປະກັນຄວາມໝັ້ນຄົງດ້ານພະລັງງານຂອງປະເທດຊາດ.
ຢູ່ປະຕູອຸມົງທາງເຂົ້າດ້ານໃນຂອງເຂື່ອນ ມີຄຳສັ່ງສອນຂອງ ປະທານ ໂຮ່ຈີມິນ ທີ່ວ່າ “ສຸດຈິດ, ສຸດໃຈຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ”.
ໂຮງງານຕັ້ງຢູ່ໃຕ້ດິນໃຈກາງຂອງໂນນພູ ນັ້ນແມ່ນບ່ອນຕິດຕັ້ງເຄື່ອງອຸປະກອນຫຼັກທັງໝົດ.
ແຕ່ລະມື້, ມີແຂກທ່ອງທ່ຽວມາຈາກທົ່ວປະເທດເຂົ້າມາຢ້ຽມຊົມ “ກິດຈະກຳແຫ່ງສະຕະວັດ”.
ຫໍມູນເຊື້ອຂອງເຂື່ອນໄຟຟ້ານ້ຳຕົກ ຮວ່າບິ່ງ ແມ່ນເຂດວາງສະແດງວັດຖຸພັນ, ເອກະສານ ແລະ ຮູບພາບປະຫວັດສາດກ່ຽວກັບວິວັດທະນາການສ້າງກິດຈະກຳ ເຂື່ອນໄຟຟ້ານໍ້າຕົກ ຮວ່າບິ່ງ ແຫ່ງສະຕະວັດ.
ບັນດາປະເພດເຄື່ອງຈັກທີ່ນຳໃຊ້ເພື່ອກໍ່ສ້າງເຂື່ອນໄຟຟ້ານໍ້າຕົກ ຮວ່າບິ່ງ ກ່ອນນີ້ເກືອບ 50 ປີ ກ່ອນ ກໍໄດ້ວາງສະແດງຢູ່ຫໍມູນເຊື້ອນີ້.
ພິເສດ, ຢູ່ແຫ່ງນີ້ພວມເກັບຮັກສາຈົດໝາຍສະບັບແຫ່ງສະຕະວັດ, ຮອດປີ 2100 ຈຶ່ງໄດ້ເປີດອ່ານ. ໃນປ້າຍຊື່ໂລຫະ ໄດ້ຂຽນແຖວໜັງສື ຫວຽດນາມ ແລະ ລັດເຊຍ ທີ່ວ່າ: ຢູ່ທີ່ນີ້ເກັບຮັກສາຈົດໝາຍຂອງບັນດາຊ່າງກໍ່ສ້າງເຂື່ອນໄຟຟ້ານໍ້າຕົກ ຮວ່າບິ່ງ ທີ່ຝາກໃຫ້ຄົນລຸ້ນຫຼັງ”.
ໂດຍເໜືອກວ່າກິດຈະກຳອຸດສາຫະກຳນັ້ນ, ເຂື່ອນໄຟຟ້າ ຮວ່າບິ່ງ ແມ່ນສັນຍາລັກຂອງຈິດໃຈອອກແຮງງານ, ການເສຍສະຫຼະ ແລະ ນ້ຳໃຈສາມັກຄີສາກົນ. ໃນວິວັດທະນາການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກ ຮວ່າບິ່ງ, ມີພະນັກງານ, ນັກສະວະກອນ, ກຳມະກອນກວ່າ 168 ຄົນ ໄດ້ສະຫຼະຊີວິດ, ໃນນັ້ນ ມີພະນັກງານເຕັກນິກຂອງ ໂຊຫວຽດ 11 ຄົນ. ຢູ່ຕາຝັ່ງເຂື່ອນໄຟຟ້ານ້ຳຕົກ, ມີອະນຸສາວະລີໜຶ່ງເພື່ອຈົດຈຳຄຸນງາມຄວາມດີຂອງບຸກຄົນທີ່ເສຍຊີວິດໃນໄລຍະກໍ່ສ້າງກິດຈະກຳດັ່ງກ່າວ.
ເດືອນມັງກອນ 2021, ກຸ່ມບໍລິສັດໄຟຟ້າ ຫວຽດນາມ (EVN) ເລີ່ມລົງມືກໍ່ສ້າງໂຄງການເປີດກວ້າງເຂື່ອນຢູ່ທາງເບື້ອງຊ້າຍຂອງຕາຝັ່ງ, ປະກອບສ່ວນຍົກລະດັບກຳລັງສະມັດຕະພາບຂອງເຂື່ອນໄຟຟ້າ ຮວ່າບິ່ງ ຂຶ້ນເຖິງກວ່າ 2.400 MW,
ວິວັດການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກ ຮວ່າບິ່ງ:
- ວັນທີ 6 ພະຈິກ ປີ 1979: ບຸກເບີກໜ້າພຽງແຄມແມ່ນ້ຳ
- ວັນທີ 12 ມັງກອນ 1983: ກັ້ນແມ່ນ້ຳ ດາ ຄັ້ງທີ 1
- ວັນທີ 09 ມັງກອນ 1986: ກັ້ນແມ່ນ້ຳ ດາ ຄັ້ງທີ 2
- ວັນທີ 30 ທັນວາ 1988: ຈັກກຸ່ມທີ 1 ເຊື່ອມຕໍ່ຕາໜ່າງໄຟຟ້າແຫ່ງຊາດ
- ວັນທີ 04 ເມສາ 1994: ຈັກກຸ່ມທີ 8 ເຊື່ອມຕໍ່ຕາໜ່າງໄຟຟ້າແຫ່ງຊາດ
- ວັນທີ 20 ທັນວາ 1994: ເຂື່ອນໄຟຟ້າ ຮວ່າບິ່ງ ໄດ້ຮັບການເປີດນຳໃຊ້.
ມີພະນັກງານ, ກຳມະກອນກວ່າ 30.000 ຄົນ; ນັກຮົບທະຫານຊ່າງແສງ 5.000 ຄົນ ແລະ ພະນັກງານຄຸ້ມຄອງ 1.000 ຄົນ, ນັກຊ່ຽວຊານ ໂຊຫວຽດ 750 ຄົນ ໄດ້ເຂົ້າຮ່ວມວິວັດທະນາການສ້າງເຂື່ອນໄຟຟ້ານ້ຳຕົກ ຮວ່າບິ່ງ.