ເມື່ອ​ຕອບ​ສຳ​ພາດ​ນັກ​ຂ່າວ Reuters ຢູ່ນອກ​ກອງ​ປະ​ຊຸມ Shangri-la ຄັ້ງ​ທີ 23 ທີ່​ດຳ​ເນີນ​ຢູ່ ສິງ​ກະ​ໂປ, ທ່ານ​ເລ​ຂາ​ທ​ິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຊີ້​ແຈ້ງວ່າ ແຜນ​ນະ​ໂຍ​ບາຍ​ຂອງ ຫວຽດ​ນາມ ແມ່​ນ​ບໍ່​ຮ່ວມ​ມື​ກັບ​ປະ​ເທດ​ນີ້​ເພື່ອ​ກໍ່​ຜົນ​ເສຍ​ຫາຍຫຼື​ ສ້າງ​ເງື່ອນ​ໄຂ​ທີ່​ຫຍຸ້ງ​ຍາກ​ໃຫ້​ແກ່​ປະ​ເທດ​ອື່ນ. ສຳ​ລັບ​ສາຍ​ພົວ​ພັນ ອາ​ເມ​ລິ​ກາ - ຈີນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຖື​ວ່າ ການ​ແກ້​ງ​ແຍ້ງ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ໃຫຍ່ ແມ່ນ​ຄວາມ​ເປັນ​ຈິງ​ພາ​ວະ​ວິ​ໄສ. ຫວຽດ​ນາມ ບໍ່​ເຂົ້າ​ເຖິງ​ການ​ພົວ​ພ​ັນ​ກັບ​ບັນ​ດາ​ປະ​ເທດ​ໃຫຍ່ ຈາກ​ແງ່​ມູມ​ຄວາມ​ໝັ້ນ​ຄົງ, ກໍ​ບໍ່​ເລືອກ​ອ່ຽງ​ໃສ່​ຝ່າຍ​ໃດ. ດັ່ງ​ນັ້ນ, ຫວຽດ​ນາມ ໄດ້ ແລະ ພວມ​ຮັກ​ສາ​ສາຍ​ພົວ​ພັນ​ອັນ​ດີ​ງາມ​ກັບທັງ ອາ​ເມ​ລິ​ກາ ແລະ ຈີນ, ນຳ​ມາ​ເຊິ່ງ​ຜົນ​ປະ​ໂຍ​ຫດ​ໃຫ້​ທັງ​ທຸກ​ຝ່າຍ, ພ້ອມ​ທັງ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ.

ເມື່ອຖືກ​ຖາມ​ກ່ຽວ​ກັບ​ເປົ້າ​ໝາຍ​ເຕີບ​ໂຕເສດ​ຖະ​ກ​ິດ 2 ຕົວ​ເລກ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ຮູ້​ວ່າ, ຫວຽດ​ນາມ ໄດ້​ກຳ​ນົດ​ເປົ້າ​ໝາຍ​ຢ່າງ​ຈະ​ແຈ້ງ, ນັ້ນ​ແມ່ນ​ຮອດ​ປີ 2045 ກາຍ​ເປັນ​ປະ​ເທດ​ພັດ​ທະ​ນາ, ມີ​ລາຍ​ຮັບ​ສູງ. ເປົ້າ​ໝາຍ​ນີ້​ໄດ້​ວາງ​ອອກ​ຈາກຫຼາຍ​ປີ​ກ່ອນ ແລະ ສືບ​ຕໍ່​ໄດ້​ຮັບ​ການ​ຢັ້ງ​ຢືນ, ໃນ​ນັ້ນ ໄດ້​ລະ​ບຸ​ໃນ​ບົດ​ລາຍ​ການ​ງານ​ການເມືອງ​ຂອງກອງ​ປະ​ຊຸມ​ໃຫຍ​່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້​ງ​ທີ XIV ຂອງ​ພັກ.