ໂດຍ​ສິ້ນ​ສຸດ​ບັນ​ດາ​ການ​ເຄື່ອນ​ໄຫວ​ຢູ່ ສິງ​ກະ​ໂປ, ຕອນ​ເຊົ້າ​ວັນ​ທີ 31 ພຶ​ດ​ສະ​ພາ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນ​ະ​ຜູ້​ແທ​ນ​ຂັ​້ນ​ສູງ ຫວຽດ​ນາມ ໄດ້​ເດີນ​ທາງ​ອອກ​ຈາກ​ສະ​ໜາມ​ບິນ​ສາ​ກົນ Changi, ໄປ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຟີ​ລິບ​ປິນ ແຕ່​ວັນ​ທີ 31 ພຶດ​ສະ​ພາ ຫາ​ວັນ​ທີ 01 ມິຖຸ​ນາ 2026, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ Ferdinand Romualdez Marcos Jr. ແລະ ພັນ​ລະ​ຍາ.

ການ​ຢ້ຽມ​ຢາມ​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ຖື​ເປັນ​ສໍ​າ​ຄັນ​ຂອງ ຫວຽດ​ນາມ ສຳ​ລັບ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ກັບ ຟີ​ລິບ​ປິນ ກໍ​ຄື ອາ​ຊຽນ ແລະ ພາກ​ພື້ນ ອາ​ຊີ ຕາ​ເວັນ​ອອກ​ສ່ຽງ​ໃຕ້. ນີ້​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ​ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ກຳ​ນົດ​ທິດ​ໃຫຍ່​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ ແນ​ໃສ່​ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ຟີ​ລິບ​ປິນ ພັດ​ທະ​ນາ​ຢ່າງ​ແຮງ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ​ກວ່າ​ໃນ​ໄລ​ຍະ​ໃໝ່.

ວັນ​ຫຽວ