ໃນການພົບປະ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ອະດີດນາຍົກລັດຖະມົນຕີ ຫຼີຊຽນຫຼົງ ໄດ້ແລກປ່ຽນກ່ຽວກັບບາງທິດທາງເຮັດໃຫ້ການພົວພັນສອງປະເທດໃນໄລຍະໃໝ່ພັດທະນາເລິກເຊິ່ງຂຶ້ນຕື່ມ. ທ່ານເລຂາທິການໃຫຍ່, ປະທານປະເທດ ສະເໜີໃຫ້ ສິງກະໂປ ສືບຕໍ່ໃຫ້ຄວາມເອົາໃຈໃສ່, ໜູນຊ່ວຍ ຫວຽດນາມ ໃນບັນດາຂົງເຂດບຳລຸງສ້າງພະນັກງານ, ແບ່ງປັນບົດຮຽນປະສົບການກ່ຽວກັບການປະຕິຮູບດ້ານບໍລິຫານ, ຍົກສູງກຳລັງຄວາມສາມາດ ແລະ ການເຄື່ອນໄຫວຢ່າງມີປະສິດທິຜົນຂອງກົງຈັກລັດ ແລະ ປັບປຸງນະໂຍບາຍ, ກົນໄກໃນບັນດາຂົງເຂດພັດທະນາໃໝ່ຢ່າງມີປະສິດທິຜົນ.
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ອະດີດນາຍົກລັດຖະມົນຕີ ຫຼີຊຽນຫຼົງ ໄດ້ເຫັນດີເປັນເອກະພາບຖືວ່າ ໃນສະພາບການໂລກມີການຜັນແປຢ່າງສັບສົນ, ສອງປະເທດຕ້ອງເພີ່ມທະວີການປະສານສົມທົບໃຫ້ແໜ້ນແຟ້ນກວ່າອີກ, ເພື່ອການພັດທະນາຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.






